ຄະນະບໍລິຫານງານ ອພສ ເມືອງວຽງທອງ ສຳເລັດກອງປະຊຸມໃຫຍ່ຄັ້ງທີ VII

ໃນວັນທີ 9 ພາຈິກ 2020 ຢູ່ທີວັດພູວຽງທອງ ບ້ານ ນ້ຳຢ້າງ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານ ອົງການພຸດທະສາສະໜາສຳພັນລາວ ( ອພສ ) ເມືອງວຽງທອງ ພາຍໄຕ້ການເປັນປະທານຂອງ ຍາທ່ານ ຄຳພອນ ທາອິນໄຊຍະວົງ ອົງການພຸດທະສາສະໜາສໍາພັນລາວ, ເປັນກຽດເຂົ້າຮ່ວມຂອງ ພຣະ ຫຼັກຄຳ ສຸວັນນະສາທານໄຊຍະຈານ ຄຳປັນ ອີນທະວົງ ເຈົ້າຄະນະແຂວງ ບໍລິຄຳໄຊ ແລະ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງວຽງທອງ.


ກອງປະຊຸມ ໄດ້ຮັບຟັງບົດລາຍງານການເຄື່ອນໄຫວວຽກງານພຸດທະສາສະໜາໄລຍະ 5 ປີຜ່ານມາ ຈາກຍາທ່ານ ຄຳພອນ ທາອີນໄຊຍະວົງ ເຊີ່ງໄດ້ຍົກໃຫ້ເຫັນການເຄື່ອນໄຫວດ້ານຕັ້ງໜ້າຂອງອົງການພຸດທະສາສະໜາປະຈຳເມືອງ ເຊັ່ນ: ການສຶກສາອົບຮົມຫຼັກທຳຄຳສອນຂອງສາສະໜາ, ການສ້າງສາບູລະນະປະຕິສັງຂອນວັດວາອາຮາມ ແລະ ອື່ນໆ.

ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງເລກທີ 201/ອພສ ປະທານ ອພສ ແຂວງ ບໍລິຄຳໄຊ ວ່າດ້ວຍການແຕ່ງຕັ້ງ ແລະ ຮັບຮອງເອົາຄະນະກໍາມະການບໍລິຫານງານ ອພສ ເມືອງ ວຽງທອງຊຸດໃໝ່ ຄື: ພຣະປີຣຊາ ວໍຣະບານທັມມະນຸນີ ຄຳພອນ ທາອີນໄຊຍະວົງ ,ພຣະ ໄມຄານ ໄຊຍະສານ,ພຣະ ບົວທອງ ສີບູນເຮື່ອງ,ພຣະ ຈຽງ ພິລາວົງ,ພຣະ ພັນ ໄຊສົມບັດ ແລະ ພຣະ ພົງ ສະຫວັນ.

ຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງພຣະ ຫຼັກຄໍາສຸວັນນະສາທານໄຊຍາຈານ ຄຳປັນ ອີນທະວົງ ເຈົ້າຄະນະແຂວງບໍລິຄຳໄຊ ເຊີ່ງທ່ານໄດ້ສະແດງຄວາມເຫັນດີເປັນເອກະພາບ ແລະຊົມເຊີຍຕໍ່ຜົນງານຄະນະ ອພສ ເມືອງ ຍາດມາໄດ້ໃນ 5 ປີ ຜ່ານມາ, ທ່ານໄດ້ຊີ້ນຳໃນຕໍ່ໜ້າໃຫ້ຄະນະ ອພສ ເມືອງຊຸດໃໝ່ ຈົ່ງເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ພຣະສົງ – ສຳມະເນນ, ອອກຕົນຍາດຍົມ, ປະຊາຊົນລາວບັນດາເຜົ່າພາຍໃນເມືອງ ໃຫ້ຮູ້ຈັກຂະນົບທຳນຽມ ຮີດຄອງປະເພນີ ເພື່ອປົກປັກຮັກສາ ສົ່ງເສີມດ້ານດີ ແລະ ຕີຖອຍດ້ານຫຍໍ້ທໍ້ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານຂອງສັງຄົມ ອົບຮົມບົ່ມສອນ ໃຫ້ປະຊາຊົນ ພົນລະເມືອງ ຮູ້ຈັກຮັກແພງ ສາມັກຄີ ຊ່ວຍເຫລືອເຊິ່ງກັນ ແລະ ກັນ.

About admin11