ຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄຳໄຊ ສະເຫຼີມສະຫຼອງວັນລັດຖະທໍມະນູນແຫ່ງຊາດ

ປະຕິບັດຕາມແຈ້ງການ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະບັບເລກທີ 415/ລຂ, ລົງວັນທີ 12 ສິງຫຫາ 2021 ແລະ ແຈ້ງການ ຂອງຫ້ອງວ່າການແຂວງບໍລິຄໍາໄຊ ເລກທີ 1100/ຫວຂ.ບຊ, ລົງວັນທີ 11 ສິງຫາ 2021 ວ່າດ້ວຍການຮັບຟັງ ແລະ ຮັບຊົມ ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ.

ໃນວັນທີ 13 ສິງຫາ 2021 ຢູ່ຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ຈັດພິທີຮັບຟັງ ແລະ ຮັບຊົມ ພິທີສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຜ່ານລະບົບອອນລາຍ ຈາກສະພາແຫ່ງຊາດ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ, ມີຄະນະ ພ້ອມດ້ວຍພະນັກງານພາຍໃນຫ້ອງການ ເຂົ້າຮ່ວມ.

ລັດຖະທໍາມະນູນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສຸດທີ່ມີຄວາມໝາຍຄວາມສຳຄັນ ແມ່ນກົດໝາຍແມ່ ເຊິ່ງໄດ້ປະກາດໃຊ້ເປັນເວລາ 30 ປີ, ມາຮອດປະຈຸບັນເຫັນໄດ້ວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ, ທຸກການເຄື່ອນໄຫວຂອງອົງການຈັດຕັ້ງລັດ, ສັງຄົມ ແມ່ນພາຍໃຕ້ກົດໝາຍ ແລະ ພົນລະເມືອງລາວທຸກຄົນຕ້ອງເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ.

About admins14