ຄະນະບໍລິຫານງານຊາວໜຸ່ມແຂວງ ມອບເງິນພັດທະນາທ້ອງຖີ່ນເມືອງຄຳເກີດ

ໃນວັນທີ 9 ກັນຍາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບ-ຮັບ ເງິນຮ່ວງພັນທະທ້ອງຖິ່ນໃຫ້ເມືອງຄຳເກີດ ໃນໂຄງການຮ່ວມມືລະຫວ່າງ ຄະນະບໍລິຫານງານຊາວໜຸ່ມແຂວງ ກັບບໍລິສັດຢາງພາລາຮ່າຕິ່ງຈຳກັດ ໃນການປູກຢາງພາລາເປັນສິນຄ້າ, ກ່າວມອບໂດຍ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ກ່າວຮັບໂດຍ ສະຫາຍ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄຳເກີດ ໂດຍຊ້ອງໜ້າຄະນະຮັບຜິດຊອບໂຄງການ ບໍລິສັດປູກຢາງພາລາ ບໍລິຄຳໄຊ-ຮ່າຕິ່ງ ສສ ຫວຽດນາມ, ມີຕາງໜ້າພະແນກແຜນການ-ການລົງທຶນແຂວງ, ຫ້ອງວ່າການປົກຄອງແຂວງ ແລະ ຄະນະບໍລິຫານງານຊາວໜຸ່ມເມືອງຄຳເກີດ.

ເງີນທີ່ນຳໄປມອບໃນຄັ້ງນີ້ ມີຈຳນວນ 30.000.000 ກີບ ເຊິ່ງເປັນເງິນຮ່ວງພັດທະນາທ້ອງຖີ່ນ ປີ 2020 ຂອງບໍລິສັດຢາງພາລາ ບໍລິຄຳໄຊ-ຮ່າຕິ່ງ, ຈຳນວນດັ່ງກ່າວ ຈະໄດ້ນຳໃຊ້ ເຂົ້າໃນການພັດທະນາທ້ອງຖິ່ນ ເຂດໜອງກອກ ເມືອງຄຳເກີດ ເຊິ່ງແມ່ນເຂດທີ່ໂຄງການແນໃສ່ຊ່ວຍພັດທະນາກິດຈະການລວມຂອງບ້ານໃຫ້ເຂັ້ມແຂງກວ່າເກົ່າ.

About admins14