ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ມອບເຄື່ອງໃຫ້ນັກສຶກສາຝຶກຫັດຢູ່ ມ.ສ ສີທ່ານາໄຊ

ໃນຕອນບ່າຍຂອງວັນທີ 4 ພຶດສະພາ 2021 ຢູ່ທີ່ໂຮງຮຽນ ມສ ສີທ່ານາໄຊ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ນໍາໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ກໍາມະການ ຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ພ້ອມຄະນະ ໄດ້ນໍາເອົາເຄື່ອງບໍລິໂພກ ລວມມູນຄ່າ 700.000 ກີບ, ເຊິ່ງປະກອບມີ ໝີ່ໄວໆ, ໄຂ່ໄກ່, ປາກະປ໋ອງ ໄປມອບໃຫ້ ນັກສຶກສາມະຫາວິທະຍາໄລແຫ່ງຊາດ 18 ສະຫາຍ, ຍິງ 12 ສະຫາຍ ທີ່ລົງຝຶກຫັດຢູ່ ໂຮງຮຽນ ມສ ສີທ່ານາໄຊ, ຕາງໜ້າຮັບໂດຍ ອາຈານ ວິໂລດ ເລືອງຕະກຸນ ອໍານວຍການ ໂຮງຮຽນ ມສ ສີທ່ານາໄຊ ໂດຍຊ້ອງໜ້ານັກສຶກສາຝຶກຫັດເຂົ້າຮ່ວມເປັນສັກຂີພິຍານ.

ການມອບເຄື່ອງໃນຄັ້ງນີ້ ເຖິງຈະມີຈໍານວນໜ້ອຍແຕ່ກໍ່ເປັນນໍ້າຈິດນໍ້າໃຈ ຂອງຄະນະຊາວໜຸ່ມ ທີ່ໄດ້ບິແບ່ງ ນໍ້າໃຈປະກອບສ່ວນ ເພື່ອຊ່ວຍເຫຼືອບັນເທົາທຸກ ເບິ່ງແຍງກັນໃນເວລາສັງຄົມພົບຄວາມຫຍຸ້ງຍາກ ກໍ່ຄືຊ່ວງການລະບາດພະຍາດ ໂຄວິດ 19.

About admins16