ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ສ້າງຂະບວນການອອກແຮງງານ

  

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 37 ປີ ( 6 ມີນາ 1984-6 ມີນາ 2021 ) ແລະ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ( 22 ມີນາ 1955-22 ມີນາ 2021 ) ທີ່ຈະໝູນວຽນ ຄົບຮອບອີກວາລະໜຶ່ງ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍ ຄວາມສໍາຄັນ.

ໃນຕອນບ່າຍຂອງວັນທີ 4 ມີນາ 2021 ຢູ່ທີ່ອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ສ້າງຂະບວນການອອກແຮງງານອະນາໄມລວມ ຕັດຫຍ້າ ເຊິ່ງນໍາພາໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ, ມີຊາວໜຸ່ມຮາກຖານ, ໜ່ວຍຮາກຖານ, ພະແນກການອ້ອມຂ້າງ, ຊາວໜຸ່ມ ປກສ-ປກຊ ແລະ ຊາວໜຸ່ມນັກຮຽນ ເຂົ້າຮ່ວມຈໍານວນ 229 ສະຫາຍ, ຍິງ 39 ສະຫາຍ ເຂົ້າຮ່ວມ.

ການອອກແຮງງານໃນຄັ້ງນີ້ ນອກຈາກຈະເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງ ແຂວງບໍລິຄໍາໄຊ ແລະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ມີຂະບວນການຟົດຟື້ນແລ້ວ ຍັງເປັນການປະຕິບັດຕາມຄໍາຂັວນຂອງຊາວໜຸ່ມທີ່ວ່າ ”ບ່ອນໃດຍາກ ຊາວໜຸ່ມບຸກ ບ່ອນໃດທຸກ ຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການ ຊາວໜຸ່ມຂານອາສາ” ແລະ ນໍາພາຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ເຂົ້າສູ່ວຽກງານຕົວຈິງ ທັງເຮັດໃຫ້ສະຖານທີ່ສໍາຄັນຂອງແຂວງ ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ, ເປັນສະຖານທີ່ຜັກຜ່ອນ ແລະ ໜ້າທ່ຽວຊົມ ທັງເປັນການປູກຈິດສໍານຶກແກ່ຊາວໜຸ່ມ ຮູ້ໄດ້ເຖິງຄວາມສາມັກຄີປອງດອງ, ຮັກການອອກແຮງງານ, ການປະກອບສ່ວນເຫື່ອແຮງເຂົ້າໃນຂະບວນການອອກແຮງງານລວມອີກດ້ວຍ.

 

About admin11