ຄະນະນັກສຶກສາ ລະບົບປະລິນຍາໂທ ຮຸ່ນ XVI ສາຂາກໍ່ສ້າງພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ

ໃນຕອນເຊົ້າຂອງວັນທີ 24 ມັງກອນ 2022 ຢູ່ຫ້ອງປະຊຸມຫ້ອງວ່າການ ແຂວງບໍລິຄຳໄຊ  ຄະນະນັກສຶກສາ ລະບົບປະລິນຍາໂທ ຮຸ່ນ XVI ສາຂາກໍ່ສ້າງພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຳນວນ 11 ທ່ານ ອາຈານ 3 ທ່ານ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ ເປັນກຽດຕ້ອນຮັບໂດຍທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍຄະນະຫ້ອງວ່າການແຂວງ.

ໂອກາດນີ້ ທ່ານ ສົມໃຈ ແກ້ວສຸວັນ ຮອງຫົວໜ້າຫ້ອງວ່າການແຂວງ ໄດ້ລາຍຫຍໍ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ປີ 2021 ຂອງແຂວງ ເປັນຕົ້ນ ສ້າງຄອບຄົວປ້ອງກັນຊາດໄດ້ 540 ຄອບຄົວ, ບ້ານປ້ອງກັນຊາດເຂັ້ມແຂງໄດ້ 3 ບ້ານ, ປະຈຸບັນທົ່ວແຂວງມີບ້ານປ້ອງກັນຊາດເຂັ້ມແຂງ 9 ບ້ານ, ຄອບຄົວປ້ອງກັນຊາດເຂັ້ມແຂງ 1.416 ຄອບຄົວ, ລວມຍອດຜະລິດຕະພັນພາຍໃນ ບັນລຸ 5,537.53 ຕືກີບ, ອັດຕາການຂະຫຍາຍຕົວ 4,58% ສະເລ່ຍຕໍ່ຫົວຄົນ 2.180 ໂດລາສະຫະລັດ ຫຼື 20,54 ລ້ານກີບ, ການຜະລິດເຂົ້າ ໃນເນື້ອທີ່ 40.934 ເຮັກຕາ ລື່ນແຜນ 1,21%, ຜົນຜະລິດລວມ 148.527 ໂຕນ, ຊຸກຍູ້ສົ່ງເສີມໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ເຂົ້າຫາແຫຼ່ງທຶນໄດ້ 4 ຫົວໜ່ວຍ ມູນຄ່າ 6,250 ຕື້ກີບ, ທົ່ວແຂວງມີໄຟຟ້າໃຊ້ຖາວອນ 100%, ໂຄງການທີ່ສຳເລັດ ແລະ ຊື້ຂາຍໄຟຟ້າຢ່າງເປັນທາງການ ຈຳນວນ 4 ໂຄງການ.

ສາມາດແກ້ໄຂຄອບຄົວທຸກຍາກໄດ້ 903 ຄອບຄົວ ປະຕິບັດໄດ້ລື່ນແຜນ 178 ຄອບຄົວ, ມີຄອບຄົວພົ້ນທຸກທັງໝົດ 55.414 ຄອບຄົວ ກວມເອົາ 96,09%, ບ້ານທຸກຍາກມີ 24 ບ້ານ ກວມ 6,45%, ຫຼຸດລົງ 3,87% ແລະ ໄດ້ຊ່ວຍເຫຼືອບັນເທົາທຸກຄອບຄົວອານາຖາ 11 ຄອບຄົວ ປັດຈຸບັນຍັງ 104 ຄອບຄົວ, ການສ້າງຄອບຄົວ ແລະ ບ້ານພັດທະນາ ໄດ້ 1.715 ຄອບຄົວ, ບ້ານພັດທະນາໄດ້ 9 ບ້ານ ເທົ່າກັບ 90% ຂອງແຜນການປີ.

ປະຈຸບັນ ທົ່ວແຂວງມີການຈັດຕັ້ງຮາກຖານພັກທັງໝົດ 925 ຮາກຖານ ປີ 2020 ໜ່ວຍພັກທີ່ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີ 697 ໜ່ວຍພັກ ກວມເອົາ 87,78% ຂອງຈໍານວນໜ່ວຍພັກທັງໝົດ794 (ສົມທຽບໃສ່ປີ 2019 ເພີ່ມຂຶ້ນ 10,76%).

ມີສະມາຊິກພັກທັງໝົດ 14.017 ສະຫາຍ, ຍິງ 3.548 ສະຫາຍ ( ທຽບໃສ່ປີ 2015 ເພີ່ມຂື້ນ 3,613 ສະຫາຍ ເທົ່າກັບ 25,77%) ໃນນັ້ນ ສະມາຊິກພັກຢູ່ຮາກຖານບ້ານມີ 5.654 ສະຫາຍ, ຍິງ 1.155 ສະຫາຍ, ຜ່ານການຕີລາຄາແບ່ງປະເພດ ໃນປີ 2020 ມີສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະເພດແຂງ 12.028 ສະຫາຍ ກວມເອົາ 82%, ກາງ 603 ສະຫາຍ.

About admins16