ຄະນະຊາວໜຸ່ມໜ່ວຍຮາກຖານດ່ານຊາຍແດນສາກົນປາກຊັນ ເປີດຂະບວນການແຂ່ງຂັນ 4 ບຸກ

ພິທີເປີດຂະບວນການແຂ່ງຂັນ 4 ບຸກ ຄະນະຊາວໜຸ່ມໜ່ວຍຮາກຖານດ່ານຊາຍແດນສາກົນປາກຊັນ ໄດ້ຈັດຂຶ້ນໃນຂອງວັນທີ 5 ກໍລະກົດ 2022 ຢູ່ຫ້ອງປະຊຸມດ່ານຊາຍແດນສາກົນປາກຊັນ, ເປັນປະທານໂດຍ ສະຫາຍ ພຸດທະແສງ ຈະຕຸພອນໄຊ ເລຂາຊາວໜຸ່ມໜ່ວຍຮາກຖານດ່ານຊາຍແດນສາກົນປາກຊັນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະຫາຍ ແກ່ນຈັນ ຄໍາມະຈັກ ຄະນະພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ປະຈໍາໜ່ວຍຮາກຖານດ່ານຊາຍແດນສາກົນປາກຊັນ, ມີສະມາຊິກຊາວໜຸ່ມ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການຜ່ານບົດແນະນຳການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 4 ບຸກ ຂອງ ຄຊປປລ ແຂວງ ສະບັບເລກທີ 248/ຄຊໜ, ລົງວັນທີ 04 ເມສາ 2022 ພ້ອມທັງອະທິບາຍວຽກງານຂະບວນການດັ່ງກ່າວ ເພື່ອນຳໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ດີຂຶ້ນເລື້ອຍໆ, ແຜນການຈັດຕັ້ງປະຕິບັດຂະບວນການ 4 ບຸກ ຂອງໜ່ວຍຮາກຖານ ພ້ອມທັງໃຫ້ສະມາຊິກພາຍໃນປະກອບຄໍາເຫັນໃສ່ຮ່າງແຜນການດັ່ງກ່າວ ແລະ ສະເໜີຮັບຮອງເອົາແຜນການໃນປີຕໍ່ໜ້າ, ຜ່ານບົດເປີດຂະບວນການ 4 ບຸກ ຂອງຄະນະຊາວໜຸ່ມຮາກຖານ ແລະ ຂຶ້ນຈັບມືຮັບຮອງຢ່າງເປັນທາງການ.

ຕອນທ້າຍ ສະຫາຍ ທະນູວັນ ວົງມະນີ ໄດ້ໂອ້ລົມ ແລະ ຊີ້ນໍາກ່ຽວກັບການເປີດຂະບວນການດັ່ງກ່າວ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນໄລຍະຜ່ານມາ ແລະ ໄດ້ແນະນຳວິທີການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ ຕໍ່ສະມາຊິກໄດ້ຮັບຮູ້ ແລະ ເຂົ້າໃຈຈະແຈ້ງຕື່ມ, ພັ້ອມທັງເນັ້ນໜັກໃຫ້ສະມາຊິກຊາວໜຸ່ມທຸກສະຫາຍ ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ຕາມວິຊາສະເພາະຂອງຕົນເອງ, ເກັບລາຍຮັບ, ສ້າງລາຍຮັບເຂົ້າຄັງ ຕາມລະດັບຄາດໝາຍ, ພ້ອມກັນປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີ ເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ, ຕໍ່ເນື່ອງ ໂດຍຕິດພັນກັບໜ້າທີ່ວິຊາສະເພາະ ເປັນເສນາທິການທີ່ຫ້າວຫັນເຂັ້ມແຂງໃຫ້ແກ່ຄະນະພັກ ແລະ ສູ້ຊົນໃຫ້ໄດ້ນາມມະຍົດຊາວໜຸ່ມ 4 ບຸກ ໃນປີຕໍ່ໄປ.

About admins14