ຄະນະຊາວໜຸ່ມແຂວງ ຝຶກອົບຮົມການສ້າງເຄືອຂ່າຍ ຜູ້ໃຫ້ຄຳປຶກສາ ຜ່ານອອນລາຍ

ກອງປະຊຸມຝຶກອົບຮົມ ການສ້າງເຄືອຂ່າຍຜູ້ໃຫ້ຄຳປຶກສາ ບັນຫາຊາວໜຸ່ມ-ເຍົາວະຊົນ ຜ່ານອອນລາຍ ( OnLine) ຢູ່ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນຕອນເຊົ້າຂອງວັນທີ 26 ສິງຫາ 2021 ທີ່ຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມແຂວງ, ເປັນກຽດເຂົ້າຮ່ວມ ແລະ ເປີດພິທີຂອງ ສະຫາຍ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ສະຫາຍ ທອງມະນີ ໂຄດປັນຍາ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີທີມງານຄູຝຶກຈາກສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ນັກສຳມະນາກອນ ຈາກ 7 ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ການຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມ ຈະໄດ້ຮຽນຮູ້ປະຫວັດຄວາມເປັນມາ ແລະ ຄວາມໝາຍສຳຄັນຂອງການໃຫ້ຄຳປຶກສາທາງອອນລາຍ, ຈຸດປະສົງ ເພື່ອສ້າງຜູ້ໃຫ້ຄຳປຶກສາທາງອອນລາຍ ແລະ ຜູ້ຜະລິດສື່ອອນລາຍຂັ້ນແຂວງ ມີຄວາມສາມາດໃນການສ້າງທິມງານ ຜູ້ໃຫ້ຄຳປຶກສາຂັ້ນແຂວງ ແລະ ເມືອງ ເພື່ອເປັນຊ່ອງທາງໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ໄດ້ປຶກສາບັນຫາຂອງຕົນ ຊອກຫາທາງອອກທີ່ຖືກຕ້ອງ.

ການຝຶກອົບຮົມໃນຄັ້ງນີ້ ທາງທິມງານສູນກາງ ໄດ້ມອບໂທລະສັບ ຈຳນວນ 3 ໜ່ວຍ ພ້ອມເບີໂທ ໃຫ້ຄະນະຮັບຜິດຊອບຂັ້ນແຂວງ ເພື່ອນຳໃຊ້ເຂົ້າໃນການໃຫ້ຄຳປຶກສາທາງອອນລາຍອີກດ້ວຍ.

About admins14