ຄະນະຊາວໜຸ່ມແຂວງບໍລິຄຳໄຊ ແລະ ຄະນະຊາວໜຸ່ມກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັບມືແຮກສ່ຽວ

ພິທີເຊັນບົດບັນທຶກ ການຮ່ວມມືວຽກງານຊາວໜຸ່ມ-ເຍົາວະຊົນ ລະຫວ່າງ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ແລະ ຄະນະບໍລິຫານງານຊາວໜຸ່ມ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດຂຶ້ນ ໃນວັນທີ 23 ຕຸລາ 2020 ຢູ່ສະໂມສອນແຂວງບໍລິຄຳໄຊ, ຝ່າຍຄະນະຊາວໜຸ່ມແຂວງບໍລິຄໍາໄຊ ລົງນາມໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ, ຝ່າຍຄະນະຊາວໜຸ່ມກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍ ສະຫາຍ ພຸດທະສັກ ວິຈິດຕຣາ ຫົວໜ້າຫ້ອງການ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍຊ້ອງໜ້າທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ແລະ ທ່ານ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ- ເຕັກໂນໂລຊີ ພ້ອມສະມາຊິກຊາວໜຸ່ມສອງພາກສ່ວນ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.

ໃນພິທີ  2 ຄະນະຊາວໜຸ່ມ ໄດ້ເປັນເອກະພາບລົງນາມໃນບົດບັນທຶກການຮ່ວມມື ໄລຍະ 5 ປີ, ເຊິ່ງມີ 5 ເນື້ອໃນທີ່ສໍາຄັນ ຄື: ສືບຕໍ່ພົບປະແລກປ່ຽນສ້າງກິດຈະກໍາແຕ່ລະປີ, ສອງປີໃດໃຫ້ມີກອງປະຊຸມພົບປະແລກປ່ຽນຮ່ວມກັນ, ຊາວໜຸ່ມກະຊວງວິທະຍາສາດ ຈະຊ່ວຍເຫຼືອດ້ານວິຊາການ ໃນການຝຶກອົບຮົມໄລຍະສັ້ນ ກ່ຽວກັບວຽກງານວິທະຍາສາດ ໃຫ້ຊາວໜຸ່ມແຂວງບໍລິຄໍາໄຊຢ່າງໜ້ອຍ 1-3 ຄັ້ງຕໍ່ປີ, ຄະນະຊາວໜຸ່ມແຂວງ ຈະສົມທົບກັບພະແນກວິທະຍາສາດ-ເຕັກໂນໂລຊີແຂວງ ຄົ້ນຄ້ວາໂຄງການໃດໜຶ່ງ ເພື່ອສະເໜີຂໍທຶນນໍາໃຊ້ບ້ວງເງິນ 1% ຂອງກອງທຶນຄົ້ນຄ້ວາວິທະຍາສາດ, ຄະນະຊາວໜຸ່ມແຂວງບໍລິຄໍາໄຊ ຈະເປັນເຈົ້າການດຶງເອົາຊາວໜຸ່ມ-ເຍົາວະຊົນເຂົ້າຮ່ວມກິດຈະກໍາຕ່າງໆ, ທັງສອງຝ່າຍເຫັນດີແລກປ່ຽນການພັດທະນາວຽກງານຊາວໜຸ່ມ-ເຍົາວະຊົນ ຮ່ວມກັນ.

About admins14