ຄະນະຈັດຕັ້ງແຂວງບໍລິຄໍາໄຊ ແລະ ແຂວງຮ່າຕິ້ງ ແລກປ່ຽນບົດຮຽນຮ່ວມກັນ

ກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ຄະນະຈັດຕັ້ງແຂວງບໍລິຄໍາໄຊ ສປປ ລາວ ແລະ ຄະນະຈັດຕັ້ງແຂວງ ຮ່າຕິ້ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ສິງຫາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄໍາໄຊ, ຝ່າຍຄະນະຜູ້ແທນ ແຂວງບໍລິຄໍາໄຊ ນໍາໂດຍ ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄໍາໄຊ ແລະ ຝ່າຍແຂວງຮ່າຕິ້ງ ນໍາໂດຍ ທ່ານ ຫວໍຮົ່ງຫ້າຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຮ່າຕິ້ງ ສສ ຫວຽດນາມ, ມີຮອງຄະນະຈັດຕັ້ງ, ຫົວໜ້າ-ຮອງຫົວໜ້າຂະແໜງ ຂອງທັງສອງຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມ ຄະນະຜູ້ແທນທັງສອງຝ່າຍ ໄດ້ຜັດປ່ຽນກັນ ລາຍງານສະພາບລວມ ການເຄື່ອນໄຫວວຽກກງານຄະນະຈັດຕັ້ງພາຍໃນແຂວງຂອງຕົນ ໃຫ້ກັນ ແລະ ກັນໄດ້ຮັບຊາບ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດວຽກງານ, ພາລະບົດບາດ ຂອງຄະນະຈັດຕັ້ງ, ການບໍລິຫານຫ້ອງການ ແລະ ວຽກງານໃນດ້ານຕ່າງໆ.

ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ປະກອບຄໍາຄິດ – ຄໍາເຫັນ ເພື່ອແລກປ່ຽນບົດຮຽນ ວຽກງານຈັດຕັ້ງຂອງແຂວງ ຢ່າງກົງໄປກົງມາ ດ້ວຍບັນຍາກາດຟົດຟື້ນ, ສ້າງສັນ ບົນຈິດໃຈຄວາມສາມັກຄີຮັກແພງ.

ພ້ອມນີ້ ທັງສອງຝ່າຍ ຍັງໄດ້ເປັນເອກະພາບສ້າງບົດບັນທຶກ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຮ່ວມກັນໃນຕໍ່ໜ້າ ເຊິ່ງຄະນະຈັດຕັ້ງ ແຂວງບໍລິຄຳໄຊ ແລະ ຄະນະຈັດຕັ້ງ ແຂວງຮ່າຕິ້ງ ເຫັນດີເປັນເອກະພາບ ເພີ່ມທະວີການພົວພັນຮ່ວມມື ແຮກສ່ຽວ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການເຄື່ອນໄຫວວຽກງານຈັດຕັ້ງທັງສອງແຂວງໃຫ້ມີຄຸນນະພາບສູງຂື້ນເລື້ອຍໆ.

ຄະນະຈັດຕັ້ງ ແຂວງຮ່າຕິ້ງ ເຫັນດີແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງວຽກງານຈັດຕັ້ງ, ການກໍ່ສ້າງຝຶກອົບຮົມ, ບຳລຸງຍົກລະດັບພະນັກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະຈັດຕັ້ງແຂວງ, ສ້າງເງື່ອນໄຂອຳນວຍ ຄວາມສະດວກໃນການໄປ-ມາຢ້ຽມຢາມ, ແລກປ່ຽນຖອດຖອນບົດຮຽນ ເພື່ອຍົກລະດັບໃນການປະຕິບັດໜ້າທີ່ເທິງກັນ ແລະ ກັນ.

ຄະນະຈັດຕັ້ງ ແຂວງຮ່າຕິ້ງ ສະແດງຄວາມຂອບໃຈຕໍ່ຄະນະຈັດຕັ້ງ ແຂວງບໍລິຄຳໄຊ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ຈັດກອງປະຊຸມພົບປະຄັ້ງນີ້ ສໍາເລັດຕາມຈຸດປະສົງຄາດໝາຍທຸກປະການ, ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຈັດຕັ້ງ ແຂວງບໍລິຄຳໄຊ ກັບ ຄະນະຈັດຕັ້ງແຂວງຮ່າຕິ່ງ ຄັ້ງຕໍ່ໄປ ຈະໄດ້ຮັບການຈັດຂຶ້ນ ທີ່ ແຂວງຮ່າຕິ້ງ ຕາມວັນເວລາທີ່ເໝາະສົມຕົວຈິງ.

ຕອນທ້າຍ ຄະນະຈັດຕັ້ງແຂວງຮ່າຕິ້ງ ຍັງໄດ້ມອບເງິນ ຈຳນວນ 30 ລ້ານດົງ ໃຫ້ຄະນະຈັດຕັ້ງແຂວງບໍລິຄຳໄຊ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານ.

About admins16