ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ສະຫຼຸບຜົນການສຶກສາຄົ້ນຄວ້າວິທະຍາສາດ ເຂດປ່າສະຫງວນພູຈອມວອຍ

ກອງປະຊຸມ ສະຫຼຸບການສຶກສາຄົ້ນຄວ້າວິທະຍາສາດ ເຂດປ່າສະຫງວນພູຈອມວອຍ ແລະ ຖອດຖອນບົດຮຽນກັບທ້ອງຖິ່ນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ມີນາ 2021 ຢູ່ຫ້ອງປະຊຸມປົກຄອງເມືອງຄໍາເກີດ ແຂວງບໍລິຄໍາໄຊ ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ສຈ ປອ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຊາຍຄໍາ ກຸນນາວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີທ່ານຮອງເຈົ້າເມືອງຄຳເກີດ-ໄຊຈຳພອນ, ຄະນະສຶກສາຄົ້ນຄວ້າຈາກມະຫາວິທະຍາໄລແຫ່ງຊາດ, ພະແນກການກ່ຽວຂ້ອງຂັ້ນແຂວງ-ເມືອງ ພ້ອມດ້ວຍອົງການຈັດຕັ້ງບ້ານ ເຂົ້າຮ່ວມ.

ທ່ານ ປອ ເພັງໄຊ ດີວັນໄຊ ຫົວໜ້າໂຄງການ ຄົ້ນຄວ້າວິທະຍາສາດ ເຂດປ່າສະຫງວນ ພູຈອມວອຍ ໄດ້ສະຫຼຸບຕີລາຄາຄືນຜົນຂອງການຄົ້ນຄວ້າ ວິທະຍາສາດ ໃນໄລຍະ 3 ປີຜ່ານມາ ວ່າ: ເຂດປ່າສະຫງວນພູຈອມວອຍ ຕັ້ງຢູ່ລະຫວ່າງເມືອງຄຳເກີດ – ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ມີເນື້ອທີ່ 22,000 ເຮັກຕາ, ສູງ 1820 ແມັດ, ເປັນພູສູງສຸດໃນແຂວງບໍລິຄໍາໄຊ, ເປັນເຂດທີ່ຍັງບໍ່ມີຂໍ້ມູນການສຶກສາຄົ້ນຄວ້າມາກ່ອນ, ທີມງານໄດ້ລົງສຳຫຼວດ 12 ຄັ້ງ ໂດຍສຸມໃສ່ 3 ເຂດຕົ້ນຕໍ ຄື: ພູຈອມວອຍ, ພູສາມຫຼ່ຽມ ແລະ ພູຫຼັງໂຮງ.

ໃນການສຶກສາຄົ້ນຄວ້າຂອງໂຄງການນີ້ ໄດ້ເຮັດໃຫ້ຄູອາຈານໄດ້ຂໍ້ມູນທາງວິທະຍາສາດຫຼາຍຢ່າງ ເປັນຕົ້ນແມ່ນຄຸນລັກສະນະຂອງສັງຄົມພືດທີ່ແຕກຕ່າງກັນ ເຊິ່ງມີປ່າໄມ້ຂົມ, ປ່າດົງດິບຊຸ່ມຊື່ນເຂດສູງ, ໄດ້ເກັບຕົວຢ່າງ ແລະ ຈຳແນກຊະນິດພືດໃນເຂດພູຈອມວອຍ 119 ຕະກຸນ ມີ 489 ຊະນິດ, ໄດ້ເກັບຕົວຢ່າງຫຼາຍກວ່າ 420 ນ້ຳເບີ ໄວ້ຫໍພິພິດຕະພັນພືດພາກຊີວະວິທະຍາ ຄວທ ໃນນັ້ນ ມີພືດຊະນິດໃໝ່ຂອງໂລກ ໂດຍໃສ່ຊື່ວ່າ ສົ້ມກຸ້ງພູຈອມວອຍ (Begonia Phouchomvoyensis), ພືດ 3 ຊະນິດທີ່ເປັນການບັນທຶກໃໝ່ຂອງລາວ ທີ່ມີຊື່ວ່າ ເອື້ອງນົກຄຸ້ມດົງ, ເອື້ອງນົກຄຸ້ມຂຽວ ແລະ ຕົ້ນຖົ່ວຂົນ ເຊິ່ງໄດ້ຕີພິມອອກໃນວາລະສານສາກົນ, ພົບດອກໄມ້ໂຖນ້ຳພະລືສີ ຫຼື ນ້ຳສ້າງນາງສີດາ ທີ່ເປັນຊະນິດພືດທີ່ຫາຍາກໃນ ສປປ ລາວ, ໄດ້ພົບຕົ້ນດອກກຸຫຼາບພັນປີ ຢູ່ເທິງພູຈອມວອຍ.

ນອກນີ້ ຍັງມີພືດຫຼາຍຊະນິດຍັງຢູ່ໃນຂັ້ນຕອນສຶກສາ ແລະ ຄາດວ່າຈະເປັນຊະນິດໃໝ່ ຫຼື ການບັນທຶກໃໝ່ຂອງ ສປປ ລາວ.

ດອກໄມ້ໂຖນ້ຳພະລືສີ ຫຼື ນ້ຳສ້າງນາງສີດາ

ສຳລັບປະເພດສັດ ໄດ້ຂໍ້ມູນທັງໝົດ 223 ຊະນິດ ຄື: ສັດລ້ຽງລູກດ້ວຍນ້ຳນົມ 30 ຊະນິດ, ສັດເຄິ່ງບົກເຄິ່ງນ້ຳ 36 ຊະນິດ, ສັດເລືອຄານ 16 ຊະນິດ, ສັດປີກລວມມີປະເພດນົກຕ່າງໆ 50 ຊະນິດ, ປາ 43 ຊະນິດ ແມງໄມ້ 28 ຊະນິດ, ສັດບໍ່ມີກະດູກສັນຫຼັງ ແລະ ແພລງຕອນ 22 ຊະນິດ ເຊິ່ງລວມມີສັດທີ່ມີຄວາມສ່ຽງໃກ້ສູນພັນ ແລະ ສັດປ່າທີ່ຫາຍາກ.

ທີມງານໄດ້ພາບສັດປ່າຫຼາຍຊະນິດ ຈາກການຕັ້ງກ້ອງດັກຖ່າຍສັດ 3 ຄັ້ງ, ໄດ້ເກັບຕົວຢ່າງເຫັດຣາ 261 ຕົວຢ່າງ ແລະ ວິໃຈໄດ້ 145 ຊະນິດ ໃນນັ້ນ ເປັນເຫັດຣາທີ່ຄາດວ່າເປັນການບັນທຶກໃໝ່ຂອງລາວຫຼາຍກວ່າ 15 ຊະນິດ.

ພ້ອມນີ້ ທີມງານຍັງໄດ້ຂໍ້ມູນດ້ານສິ່ງແວດລ້ອມ ເຊັ່ນ: ຂໍ້ມູນອຸທົກທໍລະນີ ແລະ ລະບົບສາຍນ້ຳ, ຂໍ້ມູນສະພາບພູມມິສາດ, ຄວາມເຂັ້ມຂອງແສງຕາເວັນ, ລັງສີທຳມະຊາດ, ຂໍ້ມູນຄຸນນະພາບ ນ້ຳ, ດິນ ແລະ ແນວໂນ້ມການປ່ຽນແປງຂອງສິ່ງແວດລ້ອມໃນເຂດພູຈອມວອຍ.

ຍິ່ງໄປກວ່ານັ້ນ, ທີມງານ ຄວທ ໄດ້ຂຶ້ນຮອດຈອມພູຈອມວອຍ ເຊິ່ງຖືວ່າເປັນຄັ້ງທຳອິດທີ່ໄດ້ສຶກສາເຂດຈອມພູຈອມວອຍ, ທີມງານໄດ້ຄົ້ນພົບທະເລໝອກທີ່ມີທິວທັດທີ່ສວຍສົດງົດງາມ, ການໄຫຼຂອງເມກທີ່ມີລັກສະນະພິເສດ ຄວາມອຸດົມສົມບູນຂອງພູຈອມວອຍ ແລະ ທິວທັດທະເລມອກທີ່ສວຍງາມດັ່ງກ່າວ ທີ່ສາມາດພັດທະນາເປັນເຂດອະນຸລັກ ແລະ ແຫຼ່ງທ່ອງທ່ຽວທຳມະຊາດໄດ້ໃນອານະຄົດ.

ໂຄງການດັ່ງກ່າວນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ ໂດຍຜ່ານກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນກໍລະກົດ ປີ 2016 ແລະ ຈະສິ້ນສຸດລົງໃນເດືອນທັນວາ ປີ 2021.

ຕອນທ້າຍຂອງພິທີ ຍັງໄດ້ມອບໃບກຽດຕິຄຸນໃຫ້ແກ່ພາກສ່ວນກ່ຽວຂ້ອງຂັ້ນແຂວງ-ເມືອງ ແລະ ອຳນາດການປົກຄອງບ້ານ ທີ່ໄດ້ປະກອບສ່ວນເຂົ້າໃນການຄົ້ນຄວ້າວິທະຍາສາດໃນຄັ້ງນີ້.

ຕົ້ນດອກກຸຫຼາບພັນປີ ຢູ່ເທິງພູຈອມວອຍ

About admins16