ຄະນະກໍ່ສ້າງຮາກຖານການເມືອງ ແຂວງບໍລິຄໍາໄຊ ເຄື່ອນໄຫວແລກປ່ຽນບົດຮຽນ ຢູ່ຈຸດສູມຜາເຈົ້າ

ໃນວັນທີ 18 ກຸມພາ 2023 ຄະນະກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ແຂວງບໍລິຄໍາໄຊ ລົງເຄື່ອນໄຫວຈຸດສູມຜາເຈົ້າ ເມືອງກາສີ ແຂວງວຽງຈັນ, ໂດຍມີທ່ານ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງແຂວງວຽງຈັນ ແລະ ການນໍາເມືອງກາສີ ຮ່ວມພາທາງ.

ຄະນະຮັບຜີດຊອບກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງປະຈໍາເຂດຈຸດສູມຜາເຈົ້າເມືອງກາສີ ໄດ້ລາຍງານສະພາບໂດຍລວມ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍູ້ງຍາກການລົງກໍ່ສ້າງຮາກຖານການເມືອງໄລຍະ 2 ປີ ( ແຕ່ປີ 2020 – 2022 ) ໃຫ້ຮູ້ວ່າ: ຈຸດສຸມພັດທະນາຜາເຈົ້າ ປະກອບມີ 7 ບ້ານ, ມີ 883 ຫຼັງຄາເຮືອນ, 1.032 ຄອບຄົວ, ມີພົນລະເມືອງທັງໝົດ 5.263 ຄົນ, ມີ 3 ຊົນເຜົ່າ: ເຜົ່າກືມມຸ ກວມ 57,29%, ເຜົ່າມົ້ງ 37,96% ແລະ ເຜົ່າລາວລຸ່ມ 4,75%, ປະຊາຊົນສ່ວນໃຫຍ່ຢຶດຖືອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍ, ຈຸດພິເສດເຂດຈຸດສູມພັດທະນາຜາເຈົ້າ 95% ເປັນເຂດພູ ແລະ ພູສູງ, ມີໂຮງຮຽນ 8 ຫຼັງ, ໃນນັ້ນ ໂຮງຮຽນຊັ້ນປະຖົມ 7 ຫຼັງ, ມັດທະຍົມຕອນຕົ້ນ 1 ຫຼັງ, ອັດຕາເຂົ້າຮຽນໃນເກນອາຍຸປະຕິບັດໄດ້ 97%, ມີໂຮງໝໍນ້ອຍ 1 ຫຼັງ, ສໍາເລັດການປະກາດຮັບຮອງບ້ານສາທາລະນະສຸກ, ບ້ານວັດທະນາທໍາ, ບ້ານແມ່ຍິງ 3 ດີ ແລະ ບ້ານຊາວໜູ່ມ 4 ບຸກ ໄດ້ 7 ບ້ານ, ບ້ານທຸກຍາກບໍ່ມີ, ຄອບຄົວທຸກຍາກຍັງເຫຼືອ 19 ຄອບຄົວ.

ຄະນະຮັບຜິດຊອບກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງເຂດຈຸດສູມຜາເຈົ້າ ຍັງໄດ້ຊີ້ແຈງບາງວຽກງານຈາກຄຳສະເໜີແລກປ່ຽນ ຈາກຄະນະກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງແຂວງ ບໍລິຄໍາໄຊ ເປັນຕົ້ນແມ່ນ ບາດກ້າວ, ຂັ້ນຕອນວຽກງານການສຶກສາອົບຮົມການເມືອງ-ແນວຄິດ, ການປັບປຸງລະບົບການເມືອງຂັ້ນຮາກຖານບ້ານ, ການແກ້ໄຂຄອບຄົວທີ່ຍັງທຸກຍາກທີ່ຍັງເຫຼືອ, ການຊຸກຍູ້, ສົ່ງເສີມການຜະລິດເປັນສິນຄ້າທາງດ້ານກະສິກຳ, ອຸດສະຫະກໍາທີ່ສ້າງຖານລາຍຮັບໃຫ້ປະຊາຊົນໃຫ້ມີຄວາມໝັ້ນຄົງ ແລະ ຍາວນານ.

ຈາກນັ້ນ ຄະນະກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງແຂວງບໍລິຄຳໄຊ ໄດ້ລົງເບີ່ງສວນປູກໝາໂມລະດູແລ້ງຂອງບໍລິສັດ ວີເອັດ ຢູ່ເຂດບ້ານໂພນໝີ ມີເນື້ອທີ 200 ກວ່າເຮັກຕ່າ, ເຊີ່ງເນື້ອທີ່ດັ່ງກ່າວແມ່ນເຊົ່າສໍາປະທານດິນຂອງປະຊາຊົນ, ດິນນາ 5 ລ້ານກີບ, ດິນສວນ 2 ລ້ານກີບຕໍ່ເຮັກຕ່າ,ໄດ້ສ້າງວຽກເຮັດງານທຳໃຫ້ປະຊາຊົນທ້ອງຖິ່ນໂດຍກົງ, ສ້າງຄວາມຮູ້ທາງດ້ານເຕັກນິກວິຊາການ ແລະ ສ້າງຖານລາຍຮັບໃຫ້ເມືອງ ແລະ ແຂວງ, ລົງເບີ່ງການຜະລິດການປູກຜັກກະລໍ່າປີຊາວກະສິກອນບ້ານ ຜາຊ້າງ ໃນເນື້ອທີ່ 35 ເຮັກຕ່າ, ເລີ່ມລົງມືປູກຫຼັງເກັບກ່ຽວເຂົ້ານາປີຂອງທຸກໆປີ ສະເລ່ຍສະມັດຕະພາບ 40 ໂຕ່ນຕໍ່ເຮັກຕ່າ, ຄອບຄົວທີ່ປູກໜ້ອຍສຸດ 2 ໄລ່, ຫຼາຍສຸດບໍ່ເກີນ 5 ໄລ່, ການຈຳໜ່າຍ ມີແມ່ຄ້າມາເກັບຊື້ຢູ່ສວນ ສ່ວນລາຄາແມ່ນຂຶ້ນກັບທ້ອງຕະຫຼາດ ແຕ່ລະໄລຍະຂອງແຕ່ລະປີ ສັງລວມແລ້ວການປູກກະລໍ່າປີຂອງຊາວກະສິກອນກູ່ມບ້ານຜາຊ້າງ ມີຖານລາຍຮັບທີ່ແນ່ນອນ.

About admins14