ຄະນະກຳມະການ ປກຊ-ປກສ ສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານໄລຍະ 6 ເດືອນ ຕົ້ນປີ

ໃນຕອນເຊົ້າຂອງວັນທີ 12 ສິງຫາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ຄະນະກຳມະການ ປກຊ-ປກສ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ປະທານຄະນະກຳມະການ ປກຊ-ປກສ ແຂວງ, ມີຄະນະກຳມະການ ປກຊ-ປກສ ແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໄລຍະ 6 ເດືອນທີ່ຜ່ານມາ ຄະນະກໍາມະການ ປກຊ-ປກສ ແຂວງບໍລິຄໍາໄຊ ໄດ້ເອົາໃຈໃສ່ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ການພັດທະນາເສດຖະກິດ-ສັງຄົມ, ປະຕິບັດຕາມທິດ 03 ສ້າງ ໄດ້ເຂົ້າສູ່ລວງເລິກຢ່າງມີຈຸດສຸມ ຕາມເງື່ອນໄຂ ຄວາມສາມາດ ແລະ ທ່າແຮງຂອງແຂວງ ໂດຍຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດ ເປັນກົກ ຫັນເອົາມາດຕະການທາງດ້ານກົດຫມາຍ ເປັນປາຍແຫຼມ ເຊິ່ງ 6 ເດືອນຜ່ານມາ ສາມາດເກັບກູ້ປືນແກັບ ໄດ້ 544 ກະບອກ, ເລົາປືນແກບ 41 ເລົາ, ຈັກສະຕິນ 71 ເຄື່ອງ, ໝໍ້ຊ໋ອດປາ 71 ເຄື່ອງ, ເຄື່ອງດູດແຮ່ຄໍາຈໍານວນ 33 ເຄື່ອງ, ປ້ຳລົມຈໍານວນ 33 ປ້ຳ, ເຮືອ ແລະ ຈັກ 07 ລໍາ, ແຮ່ຄໍາ 37,524 ກິໂລ, ນ້ຳມັນກະຊວນ 250 ລິດ, ນ້ຳມັນແອັດຊັງ 40 ລິດ, ແພໄມ້ໃຜ່ 35 ລໍາ ແລະ ຈໍານວນໜື່ງໄດ້ຈັດຕັ້ງພິທີທໍາລາຍ, ທໍາລາຍສວນປູກຝິ່ນ, ສວນຄັນຊາ ໄດ້ 178 ສວນ ມີເນື້ອທີ່ 174,3 ເຮັກຕາ, ມີຄະດີຢາເສບຕິດ 85 ເລື່ອງ, ກັກຜູ້ຕ້ອງຫາ 99 ຄົນ, ຍິງ 07 ຄົນ, ຕ່າງປະເທດ 02 ຄົນ, ມ້າງໄດ້ 99 ຄົນ ຢຶດຂອງກາງຢາບ້າໄດ້ 4.454.443 ເມັດ, ຄັນຊາ 1.118 ກິໂລກຼາມ, ຢາໄອ 1.106,2 ກິໂລກຼາມ, ເຮໂລອິນ 3,8 ກິໂລກຼາມ, ນ້ຳຢາຄັນຊາ 01 ກະຕຸກ, ລົດໃຫຍ່ 08 ຄັນ, ລົດຈັກ 18 ຄັນ, ປືນດັດແປງ 09 ກະບອກ, ລູກປືນ 56 ລູກ, ຄະດີເສດຖະກິດເກີດຂື້ນ 09 ເລື່ອງ ມີຜູ້ຕ້ອງຫາ 12 ຄົນ ຍິງ 03 ຄົນ, ຄະດີຄ້າຂາຍມະນຸດເກີດຂື້ນ 03 ເລື່ອງ ມີຜູ້ຕ້ອງຫາ 06 ຄົນ ຍິງ 01 ຄົນ, ອຸບັດຕິເຫດເກີດຂຶ້ນ 143 ເລື່ອງ ບາດເຈັບ 215 ຄົນ  ເສຍຊິວິດ 43 ຄົນ ພາຫະນະເປ່ເພ 263 ຄັນ ມູນຄ່າເສຍຫາຍ 6.385.000.000 ກີບ, ອັກຄີໄພເກີດຂຶ້ນ 09 ຄັ້ງ ຜົນເສຍຫາຍ ເຮືອນ 04 ຫຼັງ ຮ້ານອາຫານ 01 ຫຼັງ ກຸຕິວັດ 01 ຫຼັງ ສາເຫດຍ້ອນໄຟຟ້າລັດວົງຈອນ ມູນຄ່າເສຍຫາຍປະມານ 585.055.000 ກີບ ແລະ 93.000 ບາດ.

ກອງປະຊຸມ ຍັງໄດ້ວາງແຜນການ ແລະ ຄາດໝາຍສູ້ຊົນວຽກງານທີ່ຈະສຸມໃສ່ໃນຕໍ່ໜ້າ  ໂດຍຈະສືບຕໍ່ປະຕິບັດຍຸດທະສາດຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານຢ່າງແຂງແຮງ, ເຮັດຢ່າງມີຈຸດສຸມ, ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ເປັນເຈົ້າການກຳສະພາບການຮອບດ້ານ ເປັນຕົ້ນ ກົນອຸບາຍ, ແຜນການເຄື່ອນໄຫວຂອງສັດຕູ ແລະ ກຸ່ມຄົນບໍ່ດີຢູ່ແຂວງບໍລິຄຳໄຊ, ສືບຕໍ່ສ້າງແຜນຮັບຮອງ ປ້ອງກັນ ກອບກູ້ໄພພິບັດຕ່າງໆ ສົມທົບແໜ້ນກັບການປຸກລະດົມກຳລັງແຮງຂອງທົ່ວສັງຄົມ ໃຫ້ມີສ່ວນຮ່ວມໃນການແກ້ໄຂ, ສຸມໃສ່ການແກ້ໄຂບັນຫາ 4 ເຖື່ອນ ແລະ 9 ຫົວຂໍ້ວິທະຍາສາດ ໂດຍຖືເອົາການສຶກສາອົບຮົມ ແລະ ໃຊ້ມາດຕະການດ້ານກົດໝາຍເປັນສຳຄັນ.

About admins16