ຄະນະກຳມະການຂັ້ນເມືອງ ກວດກາວຽກງານຄ້ຳປະກັນ ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕົ້ນ ບ້ານນໍ້າກ້າງ

     ໃນວັນທີ 17 ທັນວາ 2021 ຄະນະກໍາມະການຕິດຕາມກວດກາ ວຽກງານການກໍ່ສ້າງຂັ້ນເມືອງ ໄດ້ລົງກວດກາຄືນໜ້າວຽກຄໍ້າປະກັນ 10% ໃນມູນຄ່າ 82.385.388 ກີບ ຂອງໂຄງການກໍ່ສ້າງໂຮງຮຽນມັດທະຍົມຕົ້ນ ບ້ານນໍ້າກ້າງ, ເມືອງວຽງທອງ, ແຂວງບໍລິຄຳໄຊ ພາຍຫຼັງກໍ່ສ້າງສໍາເລັດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ມີຄະນະກໍາມະການ ແລະ ພາກສ່ວນທີກ່ຽວຂ້ອງ ເຂົ້າຮ່ວມ.

      ຜ່ານການກວດກາຕົວຈິງ ເຫັນດີໃຫ້ບໍລິສັດ ສິງນໍາຈະເລີນ ຄົບວົງຈອນຈໍາກັດຜູ້ດຽວ ( ຜູ້ຮັບເໝົາ ) ສ້ອມແປງປັບປຸງຄືນບາງຈຸດ, ບາງບ່ອນ ທີ່ມີການເປ່ເພ ເປັນຕົ້ນແມ່ນບານປະຕູ, ປ່ອງຢ້ຽມທີ່ມີການຫ່າງ, ອັດບໍ່ໄດ້, ສ້ອມແປງກະໂລລະບຽງທີແຕກອອກ, ທາສີຄືນບາງຈຸດທີລອກອອກຕາມຝາອາຄານ, ສ້ອມແປງກັອກຫ້ອງນໍ້າບ່ອນລ້າງມື, ແປງເສົາທີ່ແລ່ນຕາຂ່າຍໄຟຟ້າເຂົ້າໂຮງຮຽນ ແລະ ແປງບາງຈຸດທີ່ມີການເປ່ເພໃຫ້ດີຄືນ ແລະ ເຫັນດີໃຫ້ເຈົ້າຂອງໂຄງການ​ ສໍາລະມູນຄ່າ 10% ເປັນເງິນ 82.385.388 ກີບ ໃຫ້ແກ່ບໍລິສັດຜູ້ຮັບເໝົາ.

ກໍານົດເວລາໃນການສ້ອມແປງແມ່ນບໍ່ໃຫ້ກາຍວັນທີ 31 ທັນວາ 2021 ໃຫ້ສໍາເລັດ.

 

 

About admin11