ຄະນະກວດກາພັກ, ອົງການກວດກາລັດແຂວງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ກອງປະຊຸມ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງຄະນະກວດກາພັກ, ອົງການກວດກາລັດ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ 2021 ຢູ່ຫ້ອງປະຊຸມພະແນກພາຍໃນແຂວງ ເປັນປະທານໂດຍ ທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈໍາພັກແຂວງ ປະທານຄະນະກວດກາພັກແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບຂັ້ນແຂວງ, ຄະນະກວດກາພັກ, ອົງການກວດກາລັດ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດ ແຜນການກຳນົດພະນັກງານນຳພາ-ຄູ້ມຄອງ ໃນໄລຍະຜ່ານມາ ເຫັນວ່າ ມີຜົນສຳເລັດຫຼາຍດ້ານ ໂດຍຄະນະກວດກາພັກ, ອົງການກວດກາລັດແຂວງ ໄດ້ປະສານສົມທົບກັບຄະນະຊີ້ນຳ-ນຳພາຄຸ້ມຄອງຂັ້ນແຂວງ ຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃນສະເພາະໜ້າ ແລະ ຍາວນານ, ສ້າງໃຫ້ໄດ້ແຜນກຳນົດພະນັກງານທີ່ມີຄຸນນະພາບ ແລະ ສາມາດເປັນໄປໄດ້ໃນການຈັດຕັ້ງປະຕິບັດຕົວຈິງ ເພື່ອເປັນບ່ອນອີງໃນການຂຶ້ນແຜນບຳລຸງ-ກໍ່ສ້າງ, ການຊັບຊ້ອນຈັດວາງພະນັກງານ ເຂົ້າແຕ່ລະຕຳແໜ່ງງານຕາມຄວາມເໝາະສົມ.

ຜ່ານການຈັດຕັ້ງປະຕິບັດ ເຫັນວ່າ ຫຼາຍຕໍາແໜ່ງປະຕິບັດໄດ້ຕາມແຜນກຳນົດໄວ້, ພ້ອມດຽວກັນ ຍັງໄດ້ບໍາລຸງຍົກລະດັບ ພະນັກງານນໍາພາ-ຄຸ້ມຄອງ ທີ່ນອນໃນແຜນກຳນົດ ທາງດ້ານທິດສະດີ ແລະ ວິຊາສະເພາະ ຢູ່ພາຍໃນ ແລະ ຕ່າງປະເທດ.

ຫຼັງຈາກນັ້ນ ຍັງໄດ້ເຜີຍແຜ່ມະຕິຕົກລົງສະບັບເລກທິ 032/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄູ້ມຄອງ, ນິຕິກຳອື່ນໆ ແລະ ຮັບຟັງການແນະນຳ ກ່ຽວກັບເງື່ອນໄຂ, ຂັ້ນຕອນການທາບທາມ.

ພ້ອມກັນນັ້ນ ຍັງໄດ້ມີການປ່ອນບັດ ຄັດເລືອກບຸກຄາລາກອນຮອບທີ 1 ເພື່ອບັນຈຸເຂົ້າໃນການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ ປີ 2021-2025 ຂອງຄະນະກວດກາພັກ, ອົງການກວດກາລັດແຂວງ ໃຫ້ໄດ້ຮັບຜົນດີ ແລະ ແທດເໝາະກັບສະພາບຄວາມຮຽກຮ້ອງຕ້ອງການຕົວຈິງ.

About admins14