ຄອບຄົວທຸກຍາກ ແລະ ອານາຖາ 2 ບ້ານ ເມືອງຄຳເກີດ ໄດ້ຮັບເຄື່ອງບັນເທົາທຸກ

ໃນຕອນເຊົ້າຂອງວັນທີ 20 ມັງກອນ 2023 ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ ພ້ອມດ້ວຍຄະນະ, ພຣະອາຈານ ພັນມະຫາ ວິທະຍາໄລ ປະທານ ອົງການພຸດທະສາດສະໜາເມືອງ ພ້ອມດ້ວຍບັນດານັກທຸລະກິດທີ່ມາຈາກນະຄອນຫຼວງ ແລະ ນັກທຸລະກິດພາຍໃນເມືອງຄໍາເກີດ ໄດ້ນໍາເຄື່ອງບັນເທົາທຸກເບື້ອງຕົ້ນ ໄປມອບໃຫ້ຄອບຄົວທຸກຍາກ-ຄອບຄົວອານາຖາ ຢູ່ 2 ບ້ານ ຄື: ບ້ານນາກະດົກ ແລະ ບ້ານນາທ່ອນ ໂດຍມີພະນັກງານກອງກໍ່ສ້າງຮາກຖານ ແລະ ການ ຈັດຕັ້ງບ້ານ ເຂົ້າຮ່ວມ.

ເຄື່ອງທີ່ນໍາໄປມອບປະກອບມີ: ຜ້າຫົ່ມ, ສາດ, ເຄື່ອງໃຊ້ຄົວເຮືອນ, ເຂົ້າສານ, ປາກະປອງ, ເຄື່ອງນຸ່ງຫົ່ມ, ເກືອ, ໝີ່, ໄຂ່, ເຂົ້ໜົມ ແລະ ເຂົ້າກ່ອງ ລວມມູນຄ່າ 35 ລ້ານກວ່າກີບ, ມອບໃຫ້ຄອບຄົວທຸກຍາກອານາຖາບ້ານນາກະດົກ 45 ຄອບຄົວ ແລະ ບ້ານນາທ່ອນ 11 ຄອບຄົວ.

ການມາມອບເຄື່ອງໃນຄັ້ງນີ້ ແມ່ນການສົມທົບກັນລະຫວ່າງເມືອງ, ພາກສ່ວນອົງການພຸດສະສາດສະໜາ, ບັນດານັກທຸລະກິດນະຄອນຫຼວງ ແລະ ນັກທຸລະກິດເມືອງຄໍາເກີດ ທີ່ເຫັນໄດ້ຄວາມສໍາຄັນຂອງຊີວິດການເປັນຢູ່ຂອງປະຊາຊົນ ທີ່ມີຄວາມທຸກຍາກຂາດເຂີນ ໃນການດໍາລົງຊີວິດ ຈິ່ງໄດ້ຮ່ວມໃຈກັນລະດົມທຶນຮອນ ແລະ ວັດຖຸປັດໃຈ ໄປມອບໃຫ້ ເພື່ອໃຫ້ແຕ່ລະຄອບຄົວໄດ້ມີເຄື່ອງໃຊ້ສອຍ ແລະ ອາຫານການກິນ ເພື່ອໃຫ້ໄດ້ຮັບເຄື່ອງບັນເທົາທຸກເບື່ອງຕົ້ນໃນການໃຊ້ຊີວິດປະຈໍາວັນ.

ພ້ອມນັ້ນ ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ, ພຣະອາຈານ ພັນມະຫາ ວິທະຍາໄລ ປະທານ ອົງການພຸດທະສາດສະໜາເມືອງ ແລະ ຕາງໜ້ານັກທຸລະກິດທີ່ມາຈາກນະຄອນຫຼວງ ແລະ ຕາງໜ້ານັກທຸລະກິດເມືອງ ໄດ້ພ້ອມກັນແຈກຍາຍເຄື່ອງດັ່ງກ່າວໃຫ້ແຕ່ລະຄອບຄົວຢ່າງທົ່ວເຖິງ.

About admins14