ຂົວຂ້າມນໍ້າຂອງ ແຫ່ງທີ V ບໍລິຄໍາໄຊ-ບຶງການ ກໍ່ສ້າງສໍາແລ້ວ 40,88%

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ – ໄທ ແຫ່ງທີ V ໄດ້ເລີ່ມລົງມືກໍ່ສ້າງ ແຕ່ວັນທີ 4 ມັງກອນ 2021, ຕາມການລາຍງານຂອງທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ມິດຕະພາບ ລາວ – ໄທ ແຫ່ງທີ V ( ບໍລິຄໍາໄຊ – ບຶງການ ) ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ – ໄທ ແຫ່ງທີ V ສະເພາະເບື້ອງລາວ ມີມູນຄ່າທັງໝົດ 1.152.377.622,70 ບາດ,

ໃນນັ້ນໄດ້ແບ່ງອອກເປັນ 2 ສັນຍາ ຄື: ສັນຍາທີ 1 ແມ່ນການກໍ່ສ້າງຂົວຂ້າມນໍ້າຂອງເບື້ອງປະເທດລາວ ມີລວງຍາວທັງໝົດ 535 ແມັດ ແລະ ທາງເຂົ້າຫົວຂົວ ລວງຍາວ 85 ແມັດ, ໄລຍະເວລາກໍ່ສ້າງ 36 ເດືອນ ມີໄລຍະຄໍ້າປະກັນ 24 ເດືອນ ແລະ ສັນຍາທີ 2 ແມ່ນການກໍ່ສ້າງທາງເຂົ້າຂົວ ລວງຍາວທັງໝົດ 2.775 ແມັດ ລວມທັງອາຄານດ່ານ ແລະ ສິ່ງອໍານວຍຄວາມສະດວກອື່ນໆເບື້ອງປະເທດລາວ, ໄລຍະເວລາກໍ່ສ້າງ 30 ເດືອນ, ໄລຍະຄໍ້າປະກັນ 24 ເດືອນ.

ລະບົບການກໍ່ສ້າງແມ່ນໄດ້ແບ່ງອອກເປັນຫຼາຍໜ້າວຽກ ແລະ ໄດ້ດໍາເນີນການກໍ່ສ້າງໄປພ້ອມກັນ ເຊັ່ນ: ການກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຫົວຂົວ ປະຕິບັດສໍາເລັດແລ້ວ 32,7%, ແລະ ການກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ປະຕິບັດໄດ້ຕົວຈິງ 49,05%, ສະເລ່ຍຄວາມຄືບໜ້າທັງ 2 ສັນຍາ ປະຕິບັດໄດ້ 40,88%,

ທ່ານຫົວໜ້າໂຄງການຍັງໄດ້ໃຫ້ຮູ້ຕື່ມອີກວ່າ ປັດຈຸບັນ ກຳລັງສຸມໃສ່ການກໍ່ສ້າງສັນຍາທີ 1 ໂດຍສະເພາະແມ່ນການເຈາະ ແລະ ເທເບຕົງເສົາເຂັມ ທີ່ຍັງເຫຼືອຢູ່ເສົາຂົວກາງນ້ຳ ໃຫ້ສຳເລັດກ່ອນລະດູຝົນ ທີ່ນ້ຳຈະຂື້ນສູງ ແລະ ສັນຍາທີ 2 ກໍ່ໄດ້ສູມໃສ່ກໍ່ສ້າງໃຫ້ສໍາເລັດກ່ອນລະດູຝົນເຊັ່ນກັນ ເພື່ອໃຫ້ສາມາດເຮັດວຽກຢູ່ໃນຕົວອາຄານໃຫ້ມີຄວາມສະດວກ, ຄາດວ່າການກໍ່ສ້າງຂົວຂ້າມນໍ້າຂອງ ແລະ ທາງເຂົ້າຫົວຂົວ ຈະໃຫ້ສໍາເລັດໃນທ້າຍປີ 2023.

About admins14