ຂົງເຂດ ປກສ ເຜີຍແຜ່ເອກະສານ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

ໃນວັນທີ 27 ຕຸລາ 2021 ທີ່ກອງບັນຊາການປ້ອງກັນຄວາມສະຫົງບ  ແຂວງບໍລິຄໍາໄຊ, ໄດ້ຈັດພິທີ ເຜີຍແຜ່ເອກະສານ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023)  ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ເຊິ່ງໄດ້ຕ້ອນຮັບຄະນະນໍາກະຊວງ ປກສ ນໍາໂດຍ ທ່ານ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ຮອງຫົວໜ້າຄະນະຮັບຜິດຊອບຊີ້ນໍາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂອງກະຊວງ ປກສ ພ້ອມດ້ວຍຄະນະ, ໂດຍມີບັນດາຄະນະພັກ-ຄະນະນໍາ ແຂວງ, ເຈົ້າເມືອງ 7 ເມືອງ ແລະ ຄະນະກອງບັນຊາການ ປກສ ແຂວງ, ປກສ 07 ຕົວເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

       ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄໍາໄຊ  ໄດ້ຂື້ນເຜີຍແຜ່ມະຕິ ຂອງ ສະພາແຫ່ງຊາດ ສະບັບເລກທີ 04/ສພຊ,ລົງວັນທີ 10 ສີງຫາ 2021 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ (2021-2023).

       ຈາກນັ້ນ, ທ່ານ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ໄດ້ຂື້ນເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023 ແລະ ທ່ານ ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ  ກະຊວງ ປກສ, ຄະນະອານຸກໍາມະການກອງເລຂາ ຈັດຕັ້ງເຜີຍແຜ່ເອກະສານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023 ໄດ້ຂື້ນຜ່ານແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023 ສະບັບເລກທີ 1843/ປກສ ລົງວັນທີ 5 ຕຸລາ 2021 ຂອງກະຊວງປ້ອງກັນຄວາມສະຫງົບ ໂດຢຶດໝັ້ນຫຼັກການນໍາພາຂອງພັກ ແລະ ສຸມໃສ່ 3 ຫຼັກການຕົ້ນຕໍ ເພື່ອເປັນທິດທາງໃນການຈັດຕັ້ງຜັນຂະຫຍາຍ ບັນດາມາດຕະການທີ່ກໍານົດໄວ້ ໃນວາລະແຫ່ງຊາດ ຄື: ຄວາມເດັດຂາດ, ຄວາມໂປ່ງໃສ ແລະ ຄວາມເປັນມືອາຊີບ.

ຈຸດປະສົງ ກໍ່ເພື່ອເປັນການປຸກລະດົມ, ຂົນຂວາຍ ທຸກກໍາລັງແຮງສັງລວມ ເຂົ້າໃນການແກ້ໄຂບັນຫາຢາເສບຕິດ ທີ່ລະບາດເປັນວົງກວ້າງ ແລະ ຮຸນແຮງໃຫ້ຫຼຸດລົງ, ສ້າງໃຫ້ສັງຄົມມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເປັນເງື່ອນໄຂໃນການສ້າງສາພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ ກ້າວໄປສູ່ຄົນລາວປອດຢາເສບຕິດໃຫ້ໄດ້ໃນທີ່ສຸດ.

    ທ່ານ ພົຕ ກົງທອງ ພົງວິຈິດ ໄດ້ເນັ້ນໜັກໃຫ້ບັນດາຄະນະພັກ-ຄະນະນໍາ ແຂວງ ບໍລິຄໍາໄຊ  ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງທຸກຂະແໜງການໃນທົ່ວແຂວງ ຈົ່ງພ້ອມກັນຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ດ້ວຍຄວາມຮັບຜິດຊອບສູງ ຖືເປັນບູລິມະສິດອັນດັບໜຶ່ງ ໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ພ້ອມທັງປຸກລະດົມໃຫ້ພໍ່-ແມ່ປະຊາຊົນບັນດາເຜົ່າ ເປັນເຈົ້າການຮ່ວມກັນ ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເພື່ອເຮັດໃຫ້ພາຍໃນແຂວງ ບໍລິຄໍາໄຊ ຮັບປະກັນໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ກາຍເປັນແຂວງປອດຢາເສບຕິດໃນອານາຄົດ.

     ໃນໂອກາດດຽວກັນ ທ່ານ ພົຕ ກົງທອງ ພົງວິຈິດ ໄດ້ມອບເຄື່ອງຊ່ວຍເຫຼືອປ້ອງກັນໂຄວີດ-19 ຈໍານວນໜື່ງ, ພ້ອມດ້ວຍເງິນ 30 ລ້ານກີບ ໃຫ້ ແຂວງ ບໍລິຄໍາໄຊ ແລະ ມອບເຄື່ອງຮັບໃຊ້ວຽກງານວິຊາສະເພາະໃຫ້ແກ່ກອງບັນຊາການ ປກສ ແຂວງບໍລິຄໍາໄຊ.

 

About admin11