ຂົງເຂດ ປກຊ-ປກສ ຜັນນຂະຫຍາຍມະຕິ ກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ

ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ 2021 ຢູ່ສະໂມສອນໃຫຍ່ຂອງແຂວງ ເຜີຍແຜ່ເອກະສານໂດຍສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ມີຄະນະພັກ, ຄະນະກອງບັນຊາການ, ສະມາຊິກພັກ ແລະ ກຳລັງ ປກຊ-ປກສ ເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເຫັນວ່າສູນກາງພັກ ແລະ ຄະນະພັກທຸກຂັ້ນ ໄດ້ເຊີດຊູຄວາມຮັບຜິດຊອບຕໍ່ປະເທດຊາດ ແລະ ປະຊາຊົນ ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ແລະ ບັນດາເປົ້າໝາຍສູ້ຊົນ ໃນການພັດທະນາເສດຖະກິດ-ສັງຄົມ ສຳລັບໄລຍະ 2016-2020 ທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄປຈັດຕັ້ງຄົ້ນຄວ້າ, ເຊື່ອມຊືມຢ່າງກວ້າງຂວາງ ແລະ ປຸກລະດົມທົ່ວປວງຊົນ ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ

 ແລະ ສາມາດຍາດໄດ້ຜົນສຳເລັດທີ່ສຳຄັນຫຼາຍດ້ານ ເປັນຕົ້ນແມ່ນສາມາດຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປ້ອງຊົນຮອບດ້ນ ສືບຕໍ່ໄດຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ດ້ານເສດຖະກິດ ສາມາດຮັກສາການເຕີບໂຕທາງດ້ານເສດຖະກິດ ໂດຍສະເລ່ຍ 5,8%, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 2.664 ໂດລາສະຫະລັດ, ທຽບໃສ່ປີ 2015 ເພີມຂຶ້ນ 694 ໂດລາ, ບັນດາໂຄງການລົງທຶນຂະໜາດໃຫຍ່ ຍັງສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ກາຍເປັນແຮງຊຸກດັນຫຼັກ ໃຫ້ແກ່ການພັດທະນາພື້ນຖານເສດຖະກິດ, ຂົງເຂດວັດທະນະທຳ-ສັງຄົມ ກໍ່ສາມາດຍາດໄດ້ຜົນສຳເລັດສຳຄັນ ສາມາດບັນລຸດັດສະນີ ການພັດທະນາຊັບພະຍາກອນມະນຸດ ຂອງບັນດາປະເທດທີ່ພົ້ນຈາກສະຖານະພາບດ້ອຍພັດທະນາ, ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ມີຄວາມຄືບໜ້າ ແລະ ຫຼຸດລົງຢ່າງຕໍ່ເນື່ອງ. ພ້ອມດຽວກັນດ້ານການຈັດຕັ້ງ, ຍົກສູງຄຸນນະພາບການເຄື່ອນໄຫວ ຄຽງຄູກັບການສ້າງ, ປັບປຸງກົດໝາຍ ແລະ ບັນດານິຕິກຳ ຂອງບັນດາອົງການອຳນາດລັດ, ວຽກງານມະຫາຊົນຂອງພັກ, ວຽກງານກໍ່ສ້າງພັກ, ວຽກງານພະນັກງານ ແລະ ວຽກງານມິດຕະພາບ, ການຮ່ວມມືສາກົນ ກໍ່ໄດ້ຮັບຄວາມເອົາໃຈໃສ່ສູງ.

ໄດ້ຮັບການປັງປຸງ, ພັດທະນາ ແລະ ສາມາດຍາດໄດ້ຜົນສໍາເລັດເປັນກ້າວໆ. ນອກຈາກນັ້ນ ສະຫາຍເລຂາພັກແຂວງ ຍັງໄດ້ຍົກໃຫ້ເຫັນບັນດາວຽກງານ ໃນບົດລາຍງານການເມືອງ ທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດຢ່າງແຂງແຮງໃນຕໍ່ໜ້າ ເພຶ່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ຮັກສາສະຖຽນລະພາບດ້ານການເມືອງ ແລະ ຄວາມສະຫງົບສຸກ ຂອງສັງຄົມ, ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ, ສ້າງສັງຄົມທີ່ປະຊາຊົນເປັນເຈົ້າ, ມີປະຊາທິປະໄຕ, ສະເໝີພາບ ແລະ ຍຸຕິທຳ ແລະ ອື່ນໆ.

ພ້ອມກັນນັ້ນໃນກອງປະຊຸມ ຍັງໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມຄົບຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝ XI, ມະຕິ ເລກທີ 206/ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ແລະ ເອກະສານເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ.

About admins14