ຂົງເຂດເສດຖະກິດ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ

ກອງປະຊຸມ ເຜີຍແຜ່ເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ໄດ້ຈັດຂຶ້ນ ໃນວັນທີ 18 ກຸມພາ 2021 ທີ່ສະໂມສອນໃຫຍ່ຂອງແຂວງ ເປັນປະທານໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ສະມາຊິກພັກ ແລະ ພະນັກງານ ໃນຂົງເຂດເສດຖະກິດ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການເຜີຍແຜ່ ຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກແຂວງ ເຫັນວ່າ ໄດ້ສຸມໃສ່ຈັດຕັ້ງປະຕິບັດຫຼາຍວຽກງານສຳຄັນ ເຮັດໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ ທົ່ວແຂວງມີຄວາມສະຫງົບໂດຍພື້ນຖານ ແລະ ໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນອັດຕາສະເລ່ຍ 6,5% ຕໍ່ປີ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ກໍ່ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານໃນຫຼາຍຮູບການ ແລະ ນໍາພາ-ຊີ້ນໍາຈັດຕັ້ງປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍການປັບປຸງລະບົບການເມືອງຢູ່ຮາກຖານຢ່າງໜັກແໜ້ນ, ຈັດສັນເຕົ້າໂຮມບ້ານ, ສ້າງບ້ານໃຫຍ່ໃຫ້ກາຍເປັນບ້ານໃຈກາງພັດທະນາ ແລະ ກາຍເປັນສີສັນຕົວເມືອງນ້ອຍ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ.

ທົ່ວແຂວງມີຄອບຄົວພົ້ນທຸກ ກວມ 98,2%, ບ້ານພົ້ນທຸກກວມ 89% ແລະ ເມືອງພົ້ນທຸກ 6 ເມືອງ, ມີຄອບຄົວພັດທະນາ 86,73%, ບ້ານພັດທະນາກວມ 70,44%, ຜົນປະເມີນປີ 2019 ຕາມດໍາລັດ 348/ນຍ ມີຄອບຄົວພົ້ນທຸກກວມ 93,2%, ບ້ານພົ້ນທຸກກວມ 84,48%, ເມືອງພົ້ນທຸກ 5 ເມືອງ ແລະ ມີຄອບຄົວພັດທະນາ 87%, ບ້ານພັດທະນາກວມ 73,54%.

ສຳລັບທິດທາງໜ້າທີ່ ແລະ ຄາດໝາຍສູ້ຊົນ ໄລຍະປີ 2021-2025 ແຂວງບໍລິຄຳໄຊ ຈະສືບຕໍ່ເຮັດໃຫ້ທົ່ວແຂວງມີຄວາມສະຫງົບປອດໄພ ແລະ ໜັກແໜ້ນ ເພື່ອສ້າງປັດໄຈພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂະຫຍາຍຕົວ, ປະຕິບັດການສ້າງບ້ານ, ກຸ່ມບ້ານພັດທະນາ ຕິດພັນກັບວຽກງານ 3 ສ້າງ ໃຫ້ເຂົ່າສູ່ລວງເລີກ, ປັບປຸງບູລະນະ ລະບົບການເມືອງປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງ ພາຍໃຕ້ຄຳຂວັນທີ່ວ່າ “ເພີ່ມທະວີບົດບາດການນຳພາຂອງພັກ, ເສີມຂະຫຍາຍມູນເຊື້ອສາມັກຄີ, ສ້າງການຫັນປ່ຽນສູ່ການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ”.

ໃນກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V (2021-2025) ຂອງແຂວງບໍລິຄຳໄຊ, ມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 591/ຄປພ ຂບຊ, ລົງວັນທີ 26 ຕຸລາ 2020 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນກຳມະການປະຈຳພັກແຂວງ ຊີ້ນຳບັນດາເມືອງ, ກອງບັນຊາການ ປກຊ-ປກສ ແຂວງ ແລະ ຮາກຖານພັກອ້ອມຂ້າງແຂວງ ແລະ ມະຕິຕົກລົງ ຂອງຄະນະບໍລິຫານງານພັກແຂວງບໍລິຄຳໄຊ ສະບັບເລກທີ 592/ຄບພ ຂບຊ, ລົງວັນທີ 26 ຕຸລາ 2020 ວ່າດ້ວຍການແບ່ງໜ້າທີ່ຄວາມຮັບຜິດຊອບ ໃນຄະນະບໍລິຫານງານພັກແຂວງ ສະໄໝທີ VII.

About admins14