ຂົງເຂດວັດທະນະທຳ-ສັງຄົມ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ

ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທົ່ວຂົງເຂດອົງການຈັດຕັ້ງມະຫາຊົນ ໄດ້ຈັດຂຶ້ນໃນວັນທີ 25 ພຶດສະພາ 2021 ຢູ່ສະໂມສອນໃຫຍ່ຂອງແຂວງ, ໃຫ້ກຽດເຜີຍແຜ່ເອກະສານໂດຍ ສະຫາຍ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ສະມາຊິກພັກ ແລະ ພະນັກງານ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເຫັນວ່າ ສູນກາງພັກ ແລະ ຄະນະພັກທຸກຂັ້ນ ໄດ້ເຊີດຊູຄວາມຮັບຜິດຊອບຕໍ່ປະເທດຊາດ ແລະ ປະຊາຊົນ, ນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມໃຫຍ່ ແລະ ບັນດາເປົ້າໝາຍສູ້ຊົນ ໃນການພັດທະນາເສດຖະກິດ-ສັງຄົມ ທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄປຈັດຕັ້ງຄົ້ນຄວ້າ, ເຊື່ອມຊືມຢ່າງກວ້າງຂວາງ ແລະ ປຸກລະດົມທົ່ວປວງຊົນ ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ສາມາດຍາດໄດ້ຜົນສຳເລັດທີ່ສຳຄັນຫຼາຍດ້ານ.

ບົດລາຍງານການເມືອງສະບັບນີ້ ຍັງໄດ້ຍົກໃຫ້ເຫັນບັນດາວຽກງານ ໃນບົດລາຍງານການເມືອງ ທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດຢ່າງແຂງແຮງໃນຕໍ່ໜ້າ ເພຶ່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ຮັກສາສະຖຽນລະພາບດ້ານການເມືອງ ແລະ ຄວາມສະຫງົບສຸກ ຂອງສັງຄົມ, ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ, ສ້າງສັງຄົມທີ່ປະຊາຊົນເປັນເຈົ້າ, ມີປະຊາທິປະໄຕ, ສະເໝີພາບ, ຍຸຕິທຳ ແລະ ອື່ນໆ.

ພ້ອມນີ້ ຍັງໄດ້ຍົກໃຫ້ເຫັນຫຼາຍວຽກງານສຳຄັນ ຂອງມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ເປັນຕົ້ນແມ່ນສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ໃນໄລຍະຜ່ານມາ, ດ້ານດີ, ຜົນສຳເລັດ, ດ້ານອ່ອນ, ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້, ທັດສະນະພື້ນຖານຂອງພັກ ທີ່ຖືວ່າວຽກງານການເມືອງ-ແນວຄິດ ແມ່ນວຽກງານກົກໃນການກໍ່ສ້າງປັບປຸງພັກ ເປັນປັດໃຈສຳຄັນ ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄາມສະຫງົບສຸກຂອງສັງຄົມ, ສ້າງກຳລັງແຮງແຫ່ງຄວາມເປັນເອກະພາບ ດ້ານການເມືອງ ແລະ ກຳລັງແຮງໃນການຈັດຕັ້ງປະຕິບັດໜ້າທີ່ຕົວຈິງຂອງພັກເຮົາ, ສາມາດຄາດຄະເນທ່າອ່ຽງແນວຄິດທີ່ຈະເກີດຂຶ້ນ, ຮັບປະກັນ 4 ລັກສະນາພື້ນຖານຂອງວຽກງານການເມືອງ-ແນວຄິດ ຄື: ລັກສະນະນຳພາ, ລັກສະນາຕໍ່ສູ້, ລັກສະນະວິທະຍາສາດ-ຕົວຈິງ ແລະ ລັກສະນະມະຫາຊົນ.

ສຳລັບໜ້າທີ່ຕົ້ນຕໍ ຂອງວຽກງານການເມືອງ-ແນວຄິດ ໃນຊຸ່ມປີຕໍ່ໜ້າ ສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການຄົ້ນຄວ້າທິດສະດີ ແລະ ສັງລວມພຶດຕິກຳ ທີ່ສູນກາງພັກກຳນົດໃຫ້ສຳເລັດ ແລະ ຮັບປະກັນຄຸນນະພາບ, ນັບທັງໂຄງການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ເອົາໃຈໃສ່ຄົ້ນຄວ້າ-ສັງລວມພຶດຕິກຳໃຫ້ເລິກເຊິ່ງ ທັງຈາກຜົນສຳເລັດ ແລະ ຄວາມຂາດຕົກບົກຜ່ອງ ໃນການພັດທະນາເສດຖະກິດ-ສັງຄົມ, ການກໍ່ສ້າງ ແລະ ປັບປຸງພັກ ໃນໄລຍະຜ່ານມາໃຫ້ເລິກເຊິ່ງ, ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຄົນຮຸ່ນໜຸ່ມ ເປັນຕົ້ນແມ່ນເຍົາວະຊົນ, ຊາວໜຸ່ມ ໃຫ້ຮູ້ໄດ້ມູນເຊື້ອຂອງພັກ, ຂອງຊາດ, ຂອງບັນພະບູລຸດເຮົາ, ມີນ້ຳໃຈຮັກຊາດ-ຮັກລະບອບໃໝ່, ມີຄວາມຕື່ນຕົວທາງດ້ານການເມອງສູງ, ເປັນພົນລະເມືອງດີຂອງຊາດ, ມີຄວາມສາມັກຄີເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອກັນ, ມີຄວາມກະຕັນຍູຮູ້ບຸນຄຸນ, ສຸພາບຮຽບຮ້ອຍ, ສັດຊື່, ປະຢັດ, ຊັດທ່ຽງ, ດຸໝັ່ນ, ອາດຫານ, ອົດທົນ, ມີຄວາມຫ່າວຫັນໃນການຄົ້ນຄິດປະດິດສ້າງ ແລະ ສະແຫວງຫາຄວາມກ້າວໜ້າ ທາງດ້ານວິທະຍາສາດເຕັດໂນໂລຊີນະວັດຕະກຳ ແລະ ພູມປັນຍາແຫ່ງຍຸກສະໄໝ.

About admins16