ຂະແໜງການສຶກສານອກໂຮງຮຽນ ລົງຕິດຕາມການສອບເສັງຈົບຊັ້ນ ມ.ຕົ້ນບໍາລຸງ

ໃນຕອນເຊົ້າຂອງວັນທີ 7 ກໍລະກົດ 2021 ທ່ານ ສີສຸພັນ ສີສົມພອນ ຮອງຫົວໜ້າຂະແໜງການສຶກສານອກໂຮງຮຽນ ໄດ້ລົງຕິດຕາມການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງປະຊາຊົນ ຢູ່ສູນສອບເສັງ ບ້ານພູຄໍາ ເມືອງບໍລິຄັນ ແຂວງບໍລິຄໍາໄຊ.

ໜ່ວຍງານການສຶກສານອກໂຮງຮຽນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ລາຍງານໃຫ້ຮູ້ວ່າ: ການຈັດຕັ້ງການຮຽນ-ການສອນມັດທະຍົມຕອນຕົ້ນບໍາລຸງທົ່ວເມືອງປີນີ້ ໄດ້ເປີດຮຽນບໍາລຸງມາຕັ້ງແຕ່ວັນທີ 7 ພະຈິກ ປີ 2020 ໂດຍນໍາໃຊ້ຄູສາມັນທີ່ປະຈໍາຢູ່ເຂດນັ້ນເປັນຜູ້ສອນ, ມື້ຮຽນແມ່ນຖືເອົາວັນເສົາ-ວັນທິດ ຮຽນມື້ໜຶ່ງ 8 ຊົ່ວໂມງ, ເນື່ອງຈາກວ່າປະຈຸບັນມີການລະບາດຂອງພະຍາດໂຄວິດ-19 ຈິ່ງເຮັດໃຫ້ການຮຽນການສອນແກ່ຍາວ ແລະ ບໍ່ຕໍ່ເນື່ອງ.

ສະນັ້ນ, ມາຮອດ ວັນທີ 7 ກໍລະກົດ 2021 ຈຶ່ງເປັນມື້ການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງປະຊາຊົນ ເຊິ່ງທົ່ວເມືອງບໍລິຄັນ ປີນີ້ ມີ 2 ສູນສອບເສັງ ຄືສູນສອບເສັງບ້ານພູຄໍາ ປະກອບມີ 1 ຫ້ອງສອບເສັງ, ມີນັກສອບທັງ ໝົດ 31 ຄົນ, ຍິງ 10 ຄົນ ແລະ ສູນສອບເສັງບ້ານຜາເມືອງ ປະກອບ ມີ 3 ຫ້ອງສອບເສັງ, ມີນັກສອບເສັງທັງໝົດ 100 ຄົນ, ຍິງ 37 ຄົນ.

ຈຸດປະສົງ ໃນການລົງຕິດຕາມໃນຄັ້ງນີ້ ກໍ່ເພື່ອຮັບຮູ້ສະພາບ, ບັນຫາ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ, ເພື່ອເປັນບົດຮຽນໃນການປັບປຸງ ແລະ ແກ້ໄຂໃນຕໍ່ໜ້າ.

ພ້ອມນີ້ ຍັງໄດ້ຮັບຟັງການລາຍງານສະພາບ ທີ່ເກີດຂື້ນໃນແຕ່ລະສູນໃນໄລຍະການສອບເສັງ ເຫັນວ່າບັນດາຄະນະກໍາມະການ ແລະ ອະນຸກໍາມະການທີ່ຖືກແຕ່ງຕັ້ງຕາມຂໍ້ຕົກລົງ ມີຄວາມຮັບຜິດຊອບສູງ, ເອົາໃຈໃສ່ປະຕິບັດຕາມສິດ ແລະ ໜ້າທີ່ ທີ່ທາງຂັ້ນເທິງມອບໝາຍໃຫ້, ເຖິງຢ່າງໃດກໍ່ຕາມ ເນື່ອງຈາກວ່ າປະຈຸບັນ ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດ ຈຶ່ງໄດ້ເອົາໃຈໃສ່ປະຕິບັດຕໍ່ມາດຕະການຕ່າງໆທີ່ຂັ້ນເທີງວາງອອກຢ່າງເຂັ້ມງວດ, ໂດຍສະເພາະແມ່ນນັກສອບເສັງຕ້ອງຮັກສາໄລຍະຫ່າງ 1 ແມັດ, ໃຊ້ເຈວລ້າງມື, ໃສ່ຜ້າອັດປາກ-ດັງ ແລະ ມີການວັດແທກອຸນຫະພູມກ່ອນເຂົ້າຫ້ອງສອບເສັງ.

About admins16