ກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບບ້ານນໍ້າຢ້າງ ສະຫຼຸບວຽກງານ ປະຈໍາເດືອນ 5 – 6

ໃນວັນທີ 22 ກໍລະກົດ 2022 ກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ບ້ານນໍ້າຢ້າງ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນ ປະຈໍາເດືອນ 5 – 6 ປີ 2022 ຢູ່ຫ້ອງການບ້ານຂອງຕົນ ໂດຍການເຂົ້າຮ່ວມຂອງ ທ່ານ ມູນ ຄຸນປະເສີດ ເລຂາພັກບ້ານ – ນາຍບ້ານນໍ້າຢ້າງ, ທ່ານ ພັທ ພອນຄໍາ ພີມມະຈັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີໄດ້ຜ່ານບົດສະຫຼຸບໃນການເຄື່ອນໄຫວວຽກງານປ້ອງກັນຂອງກໍາລັງ ປກຊ – ປກສ ບ້ານໄລຍະ 2 ເດືອນຜ່ານມາ, ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກອງຮ້ອຍກອງຫຼອນປະຈໍາເຂດຜາທອງ, ບ້ານໃຫຍ່ນໍ້າຢ້າງມີ 799 ຫຼັງຄາເຮືອນ, ມີ 980 ຄອບຄົວ, ມີພົນລະເມືອງທັງໝົດ 4.311 ຄົນ, ຍິງ 2.135 ຄົນ.

ຜ່ານມາ ກໍາລັງ ປກຊ – ປກສ ບ້ານ ໄດ້ເຄື່ອນໄຫວວຽກງານຂອງຕົນຢ່າງມີຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນວຽກງານປ້ອງກັນເວນຍາມຮັກສາຄວາມສະຫງົບ, ກວດກາຕິດຕາມຄົນເຂົ້າຄົນອອກ, ຕິດຕາມກຸ່ມແກ້ງທີ່ບໍ່ຫວັງດີ ເຊັ່ນ: ຂີ້ລັກງັດແງະ, ອັນຕະພານ, ໄດ້ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ພ້ອມທັງຜ່ານທິດທາງແຜນການ 6 ເດືອນທ້າຍປີ ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

ຈາກນັ້ນ ບັນດາຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາຄິດ – ຄໍາເຫັນໃສ່ວຽກງານກໍາລັງ ປກຊ – ປກສ ບ້ານຢ່າງກົງໄປກົງມາ ເພື່ອຊອກຫາວິທີທາງແກ້ໄຂຂໍ້ຄົງຄ້າງ ພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສູງສຸດ.

About admins14