ກົມໂຄສະນາການທ່ອງທ່ຽວ ມອບອຸປະກອນຮັບໃຊ້ສູນຂໍ້ມູນຂ່າວສານການທ່ອງທ່ຽວ ແຂວງບໍລິຄຳໄຊ ມູນຄ່າ 100 ກ່ວາລ້ານກີບ

ໃນຕອນເຊົ້າຂອງວັນທີ 2 ມີນາ 2022 ກົມໂຄສະນາການທ່ອງທ່ຽວ ໄດ້ນຳເອົາອຸປະກອນຈຳນວນໜຶ່ງ ມາມອບໃຫ້ສູນຂໍ້ມູນຂ່າວສານການທ່ອງທ່ຽວ ແຂວງບໍລິຄຳໄຊ, ຕາງໜ້າມອບໂດຍທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ແລະ ຕາງໜ້າຮັບໂດຍ ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໂດຍຊ້ອງໜ້າຂອງພະນັກງານທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ອຸປະກອນທີ່ນຳມາມອບໃນຄັ້ງນີ້ ປະກອບມີ ຄອມພິວເຕີຕັ້ງໂຕະ Acer Aspire TC895 Core i7, RAM 8 GB, HDD ITB, SSD 128 GB, ກ່ອງເກັບຂໍ້ມູນ Samsung 1 TB, ເຄື່ອງເກັບໄຟ, ສາຍໄຟປັກສຽບ ຄວາມຍາວ 10 ແມັດ, ລະບົບຮັກສາຄວາມປອດໄພເອກະສານ ( Anti-Virus ), ໂຕະສຳລັບຄອມພິວເຕີຕັ້ງໂຕະ, ຕັ່ງສໍາລັບເຮັດວຽກ ຢ່າງລະ 2 ຊຸດ ແລະ ກ້ອງຖ່າຍຮູບ CANON EOS 90D (18-55MM) ຈຳນວນ 1 ຊຸດ ລວມມູນຄ່າທັງໝົດ 100.734.000 ກີບ.

ຈຸດປະສົງ ເພື່ອຍົກລະດັບ ແລະ ສ້າງຖານຂໍ້ມູນການທ່ອງທ່ຽວ ໃຫ້ມີຄວາມຫຼາກຫຼາຍ ແລະ ບໍລິການນັກທ່ອງທ່ຽວທີ່ຈະເດີນທາງເຂົ້າມາທ່ອງທ່ຽວຢູ່ປະເທດລາວໃນຕໍ່ໜ້າ ໂດຍສະເພາະແຂວງບໍລິຄຳໄຊ ໃຫ້ມີຄວາມວ່ອງໄວ ແລະ ທັນສະໄໝຂຶ້ນກວ່າເກົ່າ.

About admins16