ກຸ່ມເທດສະບານ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ປະຈຳປີ 2020

 

ໃນວັນທີ 2 ກຸມພາ 2021 ຢູ່ທີ່ຫ້ອງການບ້ານໃຫຍ່ໜອງປອງ ໄດ້ຈັດກອງປະຊຸມ ສະຫຼຸບ ວຽກງານກໍ່ສ້າງຮາກຖານການເມືອງປະຈຳປີ 2020 ແລະ ທິດທາງແຜນການປີ 2021 ຂອງກຸ່ມເທດສະບານເມືອງຄຳເກີດ ໂດຍການເປັນປະທານຂອງ ທ່ານ ຄຸນ ວັນມະນີ ກຳມະການພັກເມືອງ, ເລຂາພັກຮາກຖານກຸ່ມບ້ານໃຫຍ່, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກີ່ ຊົງລ່າຫວ່າງ ຮອງເລຂາພັກເມືອງ, ມີແຂກ ແລະ ບັນດາເລຂາພັກບ້ານ-ນາຍບ້ານ ກຸ່ມເທດສະບານ ເຂົ້າຮ່ວມ.

ກອງປະຊຸມ ທ່ານ ຄຸນ ວັນມະນີ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານຂອງກຸ່ມ ເຊິ່ງທ່ານໃຫ້ຮູ້ວ່າ ກຸ່ມເທດສະບານຫຼັກຊາວ, ປະກອບມີ 11 ບ້ານ, ມີ 1 ຄະນະພັກຮາກຖານບ້ານໃຫຍ່, ມີ 3.820 ຄອບຄົວ, 3.505 ຫຼັງຄາເຮືອນ, ຈຳນວນພົນທັງໝົດ 19.953 ຄົນ, ຍິງ 9.015 ຄົນ, ແຕ່ລະບ້ານມີຄວາມສະຫງົບໂດຍພື້ນຖານ, ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ໄດ້ສຸມໃສ່ການພັດທະນາຄອບຄົວຂອງໃຜລາວ ເປັນຕົ້ນແມ່ນການປູກ ມັນຕົ້ນ, ໝາກແຕງ, ປູກຜັກຕ່າງໆ ແລະ ຄ້າຂາຍອື່ນໆ.

ກຸ່ມເທດສະບານຫຼັກຊາວ ມີ 4 ແຜນວຽກ, 21 ໜ້າວຽກຈຸດສຸມຂອງວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ, 1 ປີຜ່ານມາ ມີຫຼາຍໜ້າວຽກໄດ້ຮັບຜົນສຳເລັດ, ໂດຍສະເພາະແມ່ນວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ແກ້ໄຂບັນຫາ 4 ເຖື່ອນ, ກວດກາ ແລະ ແກ້ໄຂບັນຫາການຍົກຍ້າຍຖິ່ນຖານທີ່ບໍ່ຖືກຕ້ອງຂອງພົນລະເມືອງ, ບັນຫາອາວຸດເຖື່ອນ, ບັນຫາການຕັ້ງສະນໍາ ແລະ ປະກົດການຫຍໍ້ທໍ້ອື່ນໆອີກ.

ກຸ່ມເທດສະບານເມືອງ ມີເນື້ອທີ່ທຳການປູກມັນຕົ້ນ, ເຂົ້າ, ພຶດຜັກຕ່າງໆ ທັງໝົດ 596,3 ເຮັກຕ່າ ໃນນັ້ນ ມັນຕົ້ນ 100 ເຮັກຕ່າ, ສວນ 101 ເຮັກຕ່າ, ດິນນາ 395 ເຮັກຕ່າ, ສັດລ້ຽງ ຄວາຍ 630 ໂຕ, ງົວ 1.774 ໂຕ, ແບ້ 812 ໂຕ, ໝູ 889 ໂຕ, ສັດປີກ 16.665 ໂຕ, ນອກນັ້ນ ມີ ຟາມໄກ່ 1 ຟາມ, ຟາມໝູ 1 ຟາມ, ຟາມແບ້ 1 ຟາມ ແລະ ໜອງປາ 42 ໜອງ, ຂຶ້ນສໍາມະໂນຄົວທີ່ດິນປຸກສ້າງຈຳນວນ 3.364 ຕອນ ແລະ ດິນກະສີກໍາ 874 ຕອນ ຄິດໄລ່ເປັນເງິນມີຈຳນວນ 182.604.094 ກີບ ສຳເລັດແລ້ວ 77,12%.

ໃນຕອນທ້າຍ ທ່ານ ກີ່ ຊົງລ່າຫວ່າງ ໄດ້ມີຄຳເຫັນ ກ່ອນອື່ນ ທ່ານໄດ້ຍ້ອງຍໍ ຊົມເຊີຍຕໍ່ກັບຜົນງານທີ່ບັນດາບ້ານຍາດມາໄດ້ ແລະ ຍັງໃຫ້ເອົາໃຈໃສ່ຕໍ່ບັນດາໜ້າວຽກທີ່ເຮັດບໍ່ທັນໄດ້ ແລະ ພ້ອມກັນສ້າງຄອບຄົວໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ.

 

About admin11