ກຸ່ມບໍລິສັດແຮວ່ງເຊີນ ປະກອບສ່ວນຊຸກຍູ້ ກິລາແຂວງບໍລິຄຳໄຊ 200 ລ້ານກີບ

ໃນຕອນບ່າຍຂອງວັນທີ 05 ທັນວາ 2022 ຢູ່ທີ່ຫ້ອງຮັບຮອງຂອງແຂວງ ທ່ານ ຮວ່າ ຕາງໜ້າບໍລິສັດຮຸ້ນສ່ວນ ກຸ່ມບໍລິສັດແຮວ່ງເຊີນ ໄດ້ນຳເອົາເງິນສົດຈຳນວນ 200.000.000 ກີບ ມາມອບໃຫ້ແຂວງບໍລິຄຳໄຊ ເພື່ອປະກອບສ່ວນຊຸກຍູ້ທັບນັກກິລາແຂວງ ທີ່ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ຫຼື ຊຽງຂວາງເກມ, ເປັນກຽດຮັບໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ພ້ອມນັ້ນ ບໍລິສັດຮຸ້ນສ່ວນ ກຸ່ມບໍລິສັດແຮວ່ງເຊີນ ຍັງໄດ້ສົ່ງທ່ານ ຮວ່າງຖໍ້ ມາເປັນຄູຝຶກນັກກິລາບານເຕະແຂວງບໍລິຄຳໄຊ, ສ່ວນງົບປະມານໃຊ້ຈ່າຍຄ່າສີ້ນເປືອງຄູຝຶກອົງການປົກຄອງແຂວງຊຸກຍູ້ 10.000.000 ກີບ ແລະ ໃນນາມສ່ວນຕົວທ່ານ ຮວ່າ ເປັນຜູ້ຮັບຜິດຊອບທັງໝົດ, ນອກນັ້ນ ທ່ານ ຮວ່າ ຍັງໄດ້ປະກອບສ່ວນຊຸກຍູ້ຊຸດນັກກິລາບານເຕະອີກຈຳນວນໜື່ງ.

ທ່ານ ຮວ່າງຖໍ້ ຄູຝຶກນັກກິລາບານເຕະແຂວງບໍລິຄຳໄຊ ແມ່ນຜູ້ທີ່ມີປະສົບການຫຼາຍສົມຄວນ ເຄີຍເປັນຄູຝຶກຢູ່ສະໂມສອນບານເຕະ ສສ ຫວຽດນາມ.

ໂອກາດດັ່ງກ່າວນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ຕາງໜ້າໃຫ້ອົງການປົກຄອງແຂວງ ກໍ່ຄືຄະນະຮັບຜິດຊອບກິລາສະຫະພັນຕ່າງໆ ທີ່ເຂົາຮ່ວມງານມະຫາກຳກິລາຊຽງຂວາງເກມ ໄດ້ກ່າວຄວາມຂອບໃຈມາຍັງ ບໍລິສັດດັ່ງກ່າວ ທີ່ໄດ້ສະຫຼະທຶນຮອນປະກອບສ່ວນສ້າງສາພັດທະນາເສດຖະກິດ-ສັງຄົມແຂວງບໍລິຄຳໄຊ ໂດຍສະເພາະແມ່ນຊຸກຍູ້ທັບນັກກິລາ ສ້າງກຳລັງໃຈ ເຮັດໃຫ້ນັກກິລາມີຄວາມເຕີບໃຫຍ່ເຂັ້ມແຂງ ພ້ອມນັ້ນ ທ່ານ ເຈົ້າແຂວງຍັງໄດ້ມອບໃບຍ້ອງຍໍໃຫ້ບໍລິສັດຮຸ້ນສ່ວນ ກຸ່ມບໍລິສັດແຮວ່ງເຊີນ ຢ່າງສົມກຽດ.

About admins16