ກຳລັງ ປກຊ-ປກສ ເມືອງວຽງທອງ ເຊື່ອມຊືມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ

ໃນວັນທີ 28 ພຶດສະພາ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ຂົງເຂດກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງເມືອງ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊືມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໂດຍເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ຂອງ ທ່ານ ພັອ ຄໍາແພນ ວິລືທໍາ, ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງວຽງທອງ, ມີບັນດາຫົວໜ້າ, ຄະນະພັກ-ຄະນະບັນຊາ, ພະນັກງານສະມາຊິກພັກພາຍໃນສອງກໍາລັງ ເຂົ້າຮ່ວມ.

ໃນການເຜີຍແຜ່, ເຊື່ອມຊືມຄັ້ງນີ້ ບັນຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ມະຕິ ເລກທີ 206/ກມສພ, ລົງວັນທີ 7 ທັນວາ 2021 ວ່າດ້ວຍການຍົກສູງຄຸນະພາບທາງດ້ານການເມືອງ-ແນວຄິດໃນໄລຍະໃໝ່, ແຜນການດໍາເນີນງານຂອງລັດຖະບານ ຊຸດທີ IX ໄລຍະ 5 ປີ ( 2021-205 ).

ຈຸດປະສົງ ກໍ່ເພື່ອໃຫ້ບັນດາພະນັກງານສະມາຊິກພັກ ເຂົ້າໃຈ ແລະ ເພີ່ມທະວີຄວາມເປັນເຈົ້າການໃນການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິຕ່າງໆ ຂອງກົມການເມືອງສູນກາງພັກຢ່າງຕັ້ງໜ້າ, ໂດຍສະເພາະແມ່ນເປັນເຈົ້າການຮັບໃຊ້ປະຊາຊົນຢ່າງຖືກຕ້ອງກັບໜ້າທີຕົວຈິງ, ມີຈັນຍາບັນ, ຈັນຍາທໍາ, ຮັບປະກັນຄວາມບໍລິສຸດຕໍ່ຊາດ-ຕໍ່ປະຊາຊົນ, ຢຶດໝັ້ນຄວາມຮັບຜິດຊອບທາງດ້ານຄຸນທາດການເມືອງ-ແນວຄິດຢ່າງໜັກແໜ້ນ, ສົ່ງເສີມ, ຊຸກຍູ້ພະນັກງານສະມາຊິກພັກຜູ້ທີມີຄວາມຮູ້, ຄວາມສາມາດຫ້າວຫັນຕໍ່ໜ້າທີການເມືອງ ໃນຖັນແຖວພະນັກງານທຸກອົງການຈັດຕັ້ງ, ເພີ່ມທະວີຄວາມເປັນເຈົ້າການຕິດຕາມກວດກາໃນການຈັດຕັ້ງປະຕິບັດມະຕິຕ່າງໆຂອງສູນກາງພັກໃຫ້ເກີດດອກອອກຜົນ.

About admin11