ກຳມາທິການຕ່າງປະເທດ ສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກ ຢູ່ແຂວງບໍລິຄໍາໄຊ

ໃນວັນທີ 4 ກັນຍາ 2022 ຢູ່ຫ້ອງປະຊຸມໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ – ໄທ ແຫ່ງທີ V ( ບໍລິຄໍາໄຊ – ບຶງການ ) ທ່ານ ສັນຍາ ປຣະເສີດ ກໍາມະການຄະນະປະຈໍາສະພາແຫ່ງຊາດ ປະທານກໍາມາທິການຕ່າງປະເທດ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ສົມທົບກັບ ສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ລົງເຮັດວຽກຮ່ວມກັບໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ – ໄທ ແຫ່ງທີ V ເພື່ອລົງຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ໃນຂົງເຂດວຽກງານການຕ່າງປະເທດ, ໃຫ້ກຽດເຂົ້າຮ່ວມຕິດຕາມໂດຍ ທ່ານ ໃສຄໍາ ທອງລັດ ຮອງປະທານສະພາປະຊາຊົນແຂວງ, ມີຄະນະເລຂາທິການ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງໃນການລົງມາຄັ້ງນີ້ ກໍ່ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ໃນຂົງເຂດວຽກງານການຕ່າງປະເທດ, ຮັບຟັງສະພາບການລວມໂດຍຫຍໍ້ ຕໍ່ກັບການຈັດຕັ້ງປະຕິບັດວຽກງານການຕ່າງ ປະເທດໃນດ້ານຕ່າງໆ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດຕາມສັນຍາກໍ່ສ້າງຂົວຂອງສອງປະເທດ, ວຽກງານຊົດເຊີຍທີ່ດິນໃຫ້ພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການ ແລະ ອື່ນໆ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ວິທີແກ້ໄຂ ໃນການຈັດຕັ້ງປະຕິບັດວຽກງານ, ພ້ອມດຽວກັນນັ້ນ, ຍັງໄດ້ລົງເບີ່ງພື້ນທີ່ຕົວຈິງຄວາມຄືບໜ້າຂອງໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ – ໄທ ແຫ່ງທີ V ( ບໍລິຄໍາໄຊ – ບຶງການ ).

ໃນຕອນບ່າຍ ຄະນະດັ່ງກ່າວ ໄດ້ລົງຕິດຕາມ ກວດກາ ການປະຕິບັດໜ້າທີ່ ຂອງໜ່ວຍງານຕ່າງໆ ຢູ່ທີ່ດ່ານສາກົນປາກຊັນ ຄື: ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ດ່ານພາສີສາກົນປາກຊັນ, ພະແນກສາທາລະນະສຸກແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫ້ອງວ່າການແຂວງ. ພ້ອມນີ້, ຍັງໄດ້ຕິດຕາມສະພາບຕາຝັ່ງເຈື່ອນຕາມລໍາແມ່ນໍ້າຂອງ.

About admins14