ການແຂ່ງຂັນ ກິລາຕີມວຍ ໃນຮອບຄັດເລືອກ ແຂວງ ບໍລິຄໍາໄຊ ລົງແຂ່ງ 4 ເສຍ 3 ຊະນະ 1 ຄູ່

ການແຂ່ງຂັນ ກິລາຕີມວຍ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃນຮອບຄັດເລືອກ ລຸ່ນນໍ້າໜັກ 50 ໂລຂຶ້ນໄປ ໄດ້ເລີ່ມຂຶ້ນໃນຕອນບ່າຍວັນທີ 16 ທັນວາ 2022 ເຊິ່ງເປັນມື້ທີ 4 ຂອງການແຂ່ງຂັນກິລາແຕ່ລະປະເພດ ພາຍຫຼັງທີ່ມີພີທີເປິດຢ່າງເປັນທາງການ, ຢູ່ທີ່ສະໜາມກິລາຕີມວຍ ຂອງແຂວງຊຽງຂວາງ.

ການແຂ່ງຂັນໃນວັນທີ 16 ແມ່ນລວມມີທັງໝົດ 15 ຄູ່ ໃນນີ້ ແຂວງບໍລິຄໍາໄຊ ຂຶ້ນຊົກ 4 ຄູ່, ໃນລຸ່ນ 54 ກິໂລ ໂດຍ ທ້າວ ເຈມບອນ ກິນດາລັດ ຂຶ້ນຊົກ 3 ຍົກ ຜົນປາກົດວ່າ ນັກຊົກຈາກແຂວງຈໍາປາສັກ ເປັນຝ່າຍຊົກໄດ້ເໜື່ອກວ່າ ແລະ ສາມາດເອົາຊະນະຄະແນນໄປ.

ຄູ່ທີ 2 ລຸ່ນນໍ້າໜັກ 57 ກິໂລ, ແຂວງບໍລິຄໍາໄຊ ຂຶ້ນຊົກໂດຍ ທ້າວ ວິໄນ ພິມຈັນດາ ພົບກັບ ນະຄອນຫຼວງວຽງ ເສຍນ໋ອກໃນຍົກທີສອງ, ຄູ່ທີ 3 ລຸ່ນນໍ້າໜັກ 60 ກິໂລ ໂດຍ ທ້າວ ພອນສະຫວັນ ສຸລິວົງ ເສຍນອກໃຫ້ກັບ ນັກຊົກ ຈາກກະຊວງປ້ອງກັນຄວາມສະຫງົບໃນຍົກ 2 ແລະ ຄູ່ທີ 4 ລຸ່ນນໍ້າໜັກ 67 ກິໂລ ແຂວງບໍລິຄໍາໄຊ ໂດຍ ທ້າວ ບຸນມາ ຜ່ານການຂຶ້ນສົກ ນັກມວຍແຂວງ ບໍລິຄໍາໄຊ ສາມາດເອົາຊະນະນ໋ອກ ນັກສົກຈາກ ແຂວງຈໍາປາສັກ ໃນຍົກທີສອງໄປ ສາມາດເຂົ້າຮອບໃນນັດຕໍ່ໄປ.

ສໍາຫຼັບກິລາເປຕັງລຸ່ນປະສົມຊາຍ – ຍິງ ແຂວງບໍລິຄໍາໄຊ ລົງແຂ່ງ 4 ຄັ້ງ ສາມາດເອົາຊະນະ ກະຊວງ ປ້ອງກັນປະເທດ, ເສຍໃຫ້ສະຫວັນວະເຂດ ແລະ ຊະນະໄຊສົມບູນ ໄດ້ເຂົ້າຮອບ ຄັດເລືອກ 8 ທີມ ແລະ ໃນຮອບ 8 ທີມສຸດທ້າຍ ແຂວງ ບໍລິຄໍາໄຊ ເສຍໃຫ້ແຂວງ ສະຫວັນນະເຂດ.

About admins14