ການແຂ່ງຂັນກິລາເປຕັງຊີງຂັນປະທານຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງທ່າພະບາດ

ໃນວັນທີ 29 ພະຈິກ 2022 ເມືອງທ່າພະບາດ ໄດ້ຈັດພິທີແຂ່ງຂັນກິລາເປຕັງຂຶ້ນ ຢູ່ທີ່ເດິ່ນກິລາເປຕັງຂອງເມືອງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສະຫວັນເພັດ ຈັນທະວົງສາ ປະທານຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງທ່າພະບາດ ມີກຳການນໍາຂອງເມືອງ, ຫ້ອງການ, ໂຮງຮຽນ, ໂຮງໝໍ, ບໍລິສັດ, ລັດວິສາຫະກິດ, ນາຍບ້ານ, ຕະຫຼອດຮອດຊາວໜຸ່ມແຕ່ລະບ້ານ ເຂົ້າຮ່ວມ.

ການແຂ່ງຂັນກິລາເປຕັງໃນຄັ້ງນີ້ ໄດ້ຈັດຂຶ້ນເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ວັນສ້າງຕັ້ງເຍົາວະຊົນຄົບຮອບ 67 ປີ, ວັນຄ້າຍວັນເກີດ ທ່ານ ໄກສອນ ພົມວິຫານ ຄົນຮອບ 102 ປີ ແລະ ທັງເປັນການສ້າງຂະບວນການຄວາມສາມັກຄີຮັກແພງລະຫວ່າງຫ້ອງການ, ກົມກອງ, ທຸລະກິດ, ຫ້າງຮ້ານ ແລະ ຊາວໜຸ່ມພາຍໃນເມຶອງທ່າພະບາດ ໃຫ້ເປັນຂະບວນກວ້າງຂວາງ ໂດຍການແຂ່ງຂັນມີ 1 ປະເພດ ຄື: ປະເພດທີມປະສົມຍິງ – ຊາຍ, ເຂົ້າຮ່ວມການແຂ່ງຂັນທັງໝົດ 40 ທີມ ເຊິ່ງມາຈາກຫຼາຍພາກສ່ວນ ແລະ ແຂ່ງຂັນກັນເພື່ອໃຫ້ໄດ້ 4 ທີມສຸດທ້າຍ.

ຜ່ານການແຂ່ງຂັນ ອັນດັບທີ 1 ໄດ້ແກ່ທີມຈາກ: ປກສ ກຸ່ມທ່າບົກ ໄດ້ຮັບລາງວັນເງິນສົດ 500.000 ກີບ ພ້ອມຂັນລາງວັນ 1 ໜ່ວຍ, ອັນດັບທີ 2 ທີມຈຸດກວດກາຢາເສບຕິດເມືອງທ່າພະບາດ ໄດ້ຮັບເງິນສົດ 300.000 ກີບ ພ້ອມຂັນລາງວັນ 1 ໜ່ວຍ, ອັນດັບທີ 3 ທີມກອງພັນນ້ອຍ 902 ໄດ້ຮັບເງິນສົດ 200.000 ກີບ ແລະ ລາງວັນທີ 4 ທີມສູນໄຟຟ້າເມືອງທ່າພະບາດ ໄດ້ຮັບລາງວັນເງິນສົດ 100.000 ກີບ. ໃຫ້ກຽດມອບລາງວັນໃນຄັ້ງນີ້ໂດຍ ທ່ານ ສະຫວັນເພັດ ຈັນທະວົງສາ ປະທານຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງທ່າພະບາດ.

About admins14