ການເລືອກຕັ້ງສະມາຊິກສະພາ ຢູ່ຂັ້ນເມືອງປາກກະດິງ ສາມາດປິດຫີບບັດດ້ວຍຜົນສໍາເລັດ

 

ໃນເວລາ 7:00 ໂມງຕອນເຊົ້າ ວັນທີ 21 ກຸມພາ 2021 ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເຂດເລືອກຕັ້ງເມືອງປາກກະດິງ ໄດ້ເລີ່ມຂຶ້ນ ໂດຍທົ່ວເມືອງ ເປົ້າໝາຍຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 32 ພັນກ່ວາຄົນ, ເຊີ່ງໄດ້ແບ່ງອອກເປັນ 26 ໜ່ວຍປ່ອນບັດ.

ເຊີ່ງໜ່ວຍເລືອກຕັ້ງທີ 04 ບ້ານປາກກະດິງເໜືອ ໄດ້ຮັບກຽດເຂົ້າຮ່ວມ ແລະ ນຳໜ້າປ່ອນບັດເລືອກຕັ້ງເອົາຜູ້ແທນໂດຍ ທ່ານ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ ປະທານຄະນະກຳມະການເລືອກຕັ້ງຂັ້ນເມືອງ, ມີອະນຸກຳມະການຮັບຜິດຊອບຫີບບັດ ແລະ ພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມ.

ການປ່ອນບັດຢູ່ໜ່ວຍທີ 04 ບ້ານປາກກະດິງເໜືອ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ດຳເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມຕື່ນຕົວສູງ ໃນການມາໃຊ້ສິດຂອງຕົນ ປ່ອນບັດເລືອກເອົາຜູ້ແທນ, ເປັນຕົວແທນປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນ ເຂົ້າຢູ່ໃນອົງການອຳນາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ, ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ເພື່ອຮັບປະກັນໃຫ້ບັ້ນເລືອກຕັ້ງໄດ້ຮັບຜົນສຳເລັດອັນຈົບງາມ, ທ່ານ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ ປະທານຄະນະກຳມະການເລືອກຕັ້ງຂັ້ນເມືອງ, ພ້ອມດ້ວຍຄະນະ ຍັງໄດ້ລົງເຄື່ອນໄຫວຕິດຕາມການປ່ອນບັດເລືອກຕັ້ງເອົາຜູ້ແທນປະຊາຊົນຂອງແຕ່ລະໜ່ວຍຢ່າງໃກ້ຊິດ, ເຫັນວ່າພໍ່ແມ່ປະຊາຊົນຊາວເມືອງປາກກະດິງ ຕ່າງກໍ່ມີຄວາມຕື່ນຕົວສູງ, ມີຄວາມຮູ້ສຶກດີໃຈພາກພູມໃຈຫຼາຍ ແລະ ພ້ອມພຽງຮຽງໜ້າກັນໄປໃຊ້ສິດຂອງຕົນ ປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຕ່ລະຂັ້ນ ເຮັດໃຫ້ບາງໜ່ວຍປ່ອນບັດສາມາດປິດຫີບບັດກ່ອນເວລາ 11 ໂມງເຊົ້າ ແລະ ສາມາດປິດຫີບບັດທັງໝົດ 26 ໜ່ວຍເລືອກຕັ້ງໃນທົ່ວເມືອງປາກກະດິງ ກ່ອນເວລາ 2 ໂມງ ຕອນບ່າຍຂອງວັນດຽວກັນ.

About admin11