ການເພີ່ມຂຶ້ນຂອງສິນຄ້າຢູ່ແຂວງບໍລິຄຳໄຊ ຢູ່ໃນລະດັບ 25-50% ຂອງສິນຄ້ານຳເຂົ້າ

ໃນຕອນເຊົ້າຂອງວັນທີ 12 ພຶດສະພາ 2022 ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດກ່ຽວກັບການຄຸ້ມຄອງລາຄາສິນຄ້າ ແລະ ວຽກງານຮອບດ້ານ ຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ ໃນໄລຍະຜ່ານມາ.

ທ່ານຫົວໜ້າພະແນກ ອຄ ແຂວງ ໄດ້ເວົ້າວ່າ: ການຄຸ້ມຄອງລາຄາສິນຄ້າ ປັດຈຸບັນແມ່ນໄດ້ສົ່ງຜົນກະທົບຕໍ່ການຊີວິດການເປັນເປັນຢູ່ຂອງປະຊາຊົນພໍສົມຄວນ ເນື່ອງຈາກລາສິນຄ້າມີການເໜັງຕີງເພີ່ມຂຶ້ນ ສ່ວນລາຄາເຂົ້າແມ່ນຍັງຢູ່ໃນສະພາບປົກກະຕິ ເຂົ້າສານໜຽວຢູ່ໃນລະດັບ 8 – 9 ພັນກີບຕໍ່ກິໂລ, ຈາກສະຖະຕິ ຄວາມຕ້ອງການແມ່ນ 104.800 ໂຕນ ສະເລ່ຍ 400 ກິໂລຕໍ່ຄົນຕໍ່ປີ, ເຫັນວ່າ ການສະໜອງເຂົ້າພາຍໃນແຂວງ ແມ່ນຍັງພຽງພໍຕໍ່ການບໍລິໂພກ, ສິນຄ້າປະເພດຊີ້ນໝູ 45-50 ພັນກີບ/ໂລ, ຊີ້ນງົວ – ຄວາຍ 75 – 80 ພັນກີບ/ກິໂລ ແລະ ລາຄາປາ ຢູ່ໃນລະດັບ 24 – 25 ພັນກີບ/ກິໂລ.

ສິນຄ້າທີ່ມີການເໜັງຕີງ ສ່ວນຫຼາຍກ່ຽວພັນກັບອັດຕາແລກປ່ຽນເງິນຕາ ທີ່ຕ້ອງໄດ້ນຳເຂົ້າຈາກຕ່າງປະເທດ ເປັນຕົ້ນແມ່ນ ນ້ຳປາ, ສະອິ້ວ, ນ້ຳຕານ, ແປ້ງນົວ ແລະ ອຶ່ນໆ ທີ່ຈຳເປັນຕໍ່ການດຳລົງຊີວິດຂອງປະຊາຊົນ, ອັດຕາສ່ວນການເພີ່ມຂຶ້ນຂອງສິນຄ້າຢູ່ໃນລະດັບ 25 – 50% ຂອງລາຍການສິນຄ້າທີ່ນຳເຂົ້າ.

ສາເຫດທີ່ພາໃຫ້ສິນຄ້າເພີ່ມຂຶ້ນ ກໍ່ເນື່ອງມາຈາກຄວາມຮຽກຮ້ອງຕ້ອງການ, ອັດຕາແລກປ່ຽນສູງຂຶ້ນ ແລະ ການນຳເຂົ້ານຳມັນເຊື້ອໄຟ.

ສຳລັບປ້ຳນ້ຳມັນພາຍໃນແຂວງບໍລິຄຳໄຊ ມີທັງໝົດ 128 ປ້ຳ ແລະ ພາຍໃນເມືອງປາກຊັນມີ 21 ປ້ຳ, ປັດຈຸບັນ ແມ່ນໄດ້ເປີດໃຫ້ບໍລິການພຽງ 10 ປ້ຳ ສ່ວນ 11 ປ້ຳ ແມ່ນໄດ້ປິດໃຫ້ບໍລິການ ເນື່ອງຈາກນ້ຳມັນໝົດ, ຕາມການລາຍງານຂອງເຈົ້າໜ້າທີ່ ທີ່ລົງຕິດຕາມກວດກາ ແລະ ຢູ່ສາງ PTT ຍັງມີນ້ຳມັນໃຫ້ບໍລິການ 1.500 ລິດ, ຕອນແລງຂອງມື້ນີ້ ນ້ຳມັນຈະມາເຖິງຕົວເມືອງປາກຊັນ ຄາດວ່າຈະພຽງພໍກັບຄວາມຕ້ອງການ.

ທ່ານ ໄກສອນ ຈັນສີນາ ຍັງເວົ້າຕື່ມອີກວ່າ ປັດຈຸບັນ ແຂວງບໍລິຄຳໄຊ ມີສິນຄ້າໂອດ໋ອບ 12 ລາຍການ ແລະ ກຳລັງຈະປະກາດເພີ່ມອີກ 3 ລາຍການ ຄື: ເຫຼົ້າໄຫຫອມ ຢູ່ເມືອງປາກກະດິງ, ເຫຼົ້າຂາວພື້ນເມືອງ ຢູ່ບ້ານຜາເມືອງ ເມືອງບໍລິຄັນ ແລະ ຫີນແກະສະຫຼັກ-ໄມ້ແກະຫຼັກຂອງເມືອງຄຳເກີດ

ພ້ອມນີ້ ທ່ານຍັງຮຽກຮ້ອງມາຍັງທຸກພາກສ່ວນ ໃຫ້ເອົາໃຈໃສ່ສົ່ງເສີມຜະລິດຕະພັນສິນຄ້າພາຍໃນ ສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດ ເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າຈາກຕ່າງປະເທດ ຫັນມາບໍລິໂພກ ແລະ ຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນກວ່າເກົ່າ.

About admins16