ການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນເທື່ອທີ 2 ຫາເທື່ອທີ 3 ຂອງສະພາປະຊາຊົນແຂວງ ມີຫຼາຍວຽກງານພົ້ນເດັ່ນ

ເພື່ອຮັບປະກັນການຈັດຕັ້ງປະຕິບັດຄາດໝາຍທີ່ວາງໄວ້ ໃນການຜັນຂະຫຍາຍແຜນການ ຫາກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ເປັນແຜນການລະອຽດໃນແຕ່ລະຂົງເຂດ ສູ້ຊົນຈັດຕັ້ງປະຕິບັດໃຫ້ບັນລຸຕາມຄາດໝາຍ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນແຂວງ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນເທື່ອທີ 2 ຫາເທື່ອທີ 3 ແລະ ທິດທາງແຜນການ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນວັນທີ 11 ສິງຫາ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ.

ຄະນະປະຈຳສະພາປະຊາຊົນແຂວງ ໄດ້ປະເມີນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ທີ່ຕິດພັນກັບວາລະແຫ່ງຊາດ, ເຂົ້າຮ່ວມກອງປະຊຸມສຳມະນາ, ທາບທາມ ແລະ ລະດົມ ຄຳຄິດເຫັນໃສ່ຮ່າງກົດໝາຍ ໃນຮູບແບບປົກກະຕິ ແລະ ຮູບແບບທາງໄກ ໄດ້ 9 ສະບັບ, ອອກມະຕິຮັບຮອງ ເອົານິຕິກຳຂັ້ນແຂວງ ໄດ້ 2 ສະບັບ, ເຂົ້າຮ່ວມກອງປະຊຸມປຶກສາຫາລື, ປະກອບຄຳຄິດຄຳເຫັນ ກ່ຽວກັບການສ້າງ ແລະ ປັບປຸງນິຕິກໍາຂອງແຂວງ ໄດ້ 10 ສະບັບ, ຈັດຕັ້ງກອງປະຊຸມສໍາມະນາທາບທາມນິຕິກຳ ຈຳນວນ 4 ສະບັບ, ຮັບຮອງເອົາການດັດແກ້ມູນຄ່າໂຄງການ 1 ໂຄງການ ແລະ ອ່ວຍທຶນໂຄງການລົງທຶນຂອງລັດ 6 ໂຄງການ, ຮັບຮອງເອົາການຂໍຂະຫຍາຍອາຍຸສຳປະທານໂຄງການກໍ່ສ້າງ, ພັດທະນາຕະຫຼາດ, ຄິວລົດ ແລະ ອາຄານຫ້ອງແຖວ 2 ຊັ້ນຂອງບໍລິສັດ ວີເອັນແອລ ຈຳກັດຜູ້ດຽວ.

ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເປີດກອງປະຊຸມ ເພື່ອປຶກສາຫາລືຄົ້ນຄວ້າຄຳຮ້ອງຂອງປະຊາຊົນ ໄດ້ທັງໝົດ 4 ເລື່ອງ, ໃນໄລຍະ 6 ເດືອນຜ່ານມາ ສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ຮັບຄຳຮ້ອງ ທັງໝົດ 13 ເລື່ອງ, ຄ້າງ ມາ 2 ເລື່ອງ, ລວມເປັນ 15 ເລື່ອງ, ໃນນີ້ ມີຄຳສະເໜີ 10 ເລື່ອງ, ຄຳຮ້ອງຂໍຄວາມເປັນທໍາ 5 ເລື່ອງ, ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂສໍາເລັດ 11 ເລື່ອງ, ກຳລັງຄົ້ນຄວ້າ 4 ເລື່ອງ, ພ້ອມນີ້ ຍັງໄດ້ຕ້ອນຮັບ ແລະ ໃຫ້ຄໍາປຶກສາທາງດ້ານກົດໝາຍໃຫ້ແກ່ປະຊາຊົນ 10 ຄັ້ງ 18 ຄົນ, ລົງໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໄດ້ 61 ຈຸດ ມີຜູ້ເຂົ້າຮ່ວມທັງໝົດ 5.529 ຄົນ, ຄໍາສະເໜີຂອງປະຊາຊົນ ທີ່ສະເໜີ ຜ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ໃນເວລາລົງພົບປະ ມີ 84 ຂໍ້, ພົວພັນກັບ 13 ພາກສ່ວນ.

ພ້ອມນີ້ ຍັງໄດ້ລະດົມທຶນຈາກພາກສ່ວນຕ່າງໆ ເພື່ອຊ່ວຍເຫຼືອທາງດ້ານພາຫະນະ, ອຸປະກອນກິລາ, ຄອມພິວເຕີ, ເຂົ້າສານ ແລະ ເຄື່ອງນຸ່ງຫົ່ມ ເພື່ອມອບໃຫ້ກົມກອງ, ໂຮງຮຽນ ແລະ ປະຊາຊົນຜູ້ທຸກຍາກອານາຖາ ລວມມູນຄ່າ 54.550.000 ກີບ, ພົ້ນເດັ່ນ ແມ່ນຍັງໄດ້ລະດົມທຶນ ໃນການກໍ່ສ້າງຂົວອູ່ຂ້າມນ້ຳສະໂງຍ ບ້ານຄຳກຸນາ, ເມືອງໄຊຈຳພອນ ລວມມູນຄ່າທັງໝົດ 176,784.000 ກີບ, ສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ດຳເນີນກອງປະຊຸມພົບປະແລກປ່ຽນ ບົດຮຽນຮ່ວມກັບສະພາປະຊາຊົນແຂວງຮ່າຕິ່ງ ສສ ຫວຽດນາມ ປະຈຳປີ 2022 ແລະ ໄດ້ມີພິທີເຊັນບົດບັນທຶກ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ສຳລັບທິດທາງແຜນການ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຫາ ເທື່ອທີ 4 ສືບຕໍ່ຊຸກຍູ້ ບັນດາພະແນກການທີ່ກ່ຽວຂ້ອງ ກ່ຽວກັບການສ້າງແຜນ ການສ້າງ ແລະ ປັບປຸງນິຕິກຳ ຕາມແຜນການ ໃນປີ 2022 ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດນິຕິກໍາ ທີ່ສະພາປະຊາຊົນແຂວງຮັບຮອງ, ສືບຕໍ່ປະສານສົມທົບ, ຊຸກຍູ້ການກຳນົດແຜນ ແລະ ຈັດຕັ້ງການໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ທີ່ໄດ້ຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ II ໃຫ້ສັງຄົມຮັບຮູ້ຢ່າງກ້ວາງຂວາງ ແລະ ທົ່ວເຖິງ, ສືບຕໍ່ຕິດຕາມ ຊຸກຍູ້ການປັບປຸງ, ທາບທາມບັນດານິຕິກຳທີ່ຈະນຳເຂົ້າພິຈາລະ ນາຮັບຮອງ ໃນກອງປະຊຸມສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ.

ພ້ອມນີ້ ຕ້ອງຮັບຄໍາສະເໜີຂອງປະຊາຊົນ ເພື່ອນຳມາຄົ້ນຄວ້າ, ວິເຄາະວິໄຈ, ໄຈ້ແຍກເຖິງເຫດຜົນ ແລະ ຄວາມຈຳເປັນ, ບັນຫາເລັ່ງດ່ວນ ທີ່ຈະຕ້ອງໄດ້ຮັບການແກ້ໄຂ ເພື່ອສະເໜີອົງການປົກຄອງແຂວງ, ພະແນກການທີ່ກ່ຽວຂ້ອງ ໃຫ້ທັນກັບເວລາ ພ້ອມທັງອະທິບາຍ, ຊີ້ແຈງໃຫ້ປະຊາຊົນ ຮັບຮູ້ ແລະ ເຂົ້າໃຈຕໍ່ກັບຜົນການພິຈາລະນາແກ້ໄຂ.

About admins16