ການສ້າງເສັ້ນທາງເບຕົ່ງ 3 ບ້ານ ເມືອງບໍລິຄັນ ປະຕິບັດໄດ້ແລ້ວ 50%

ການສ້າງເສັ້ນທາງເບຕົ່ງ ຂອງພໍ່ແມ່ປະຊາຊົນ 3 ບ້ານເທດສະບານ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ່ 24 ພຶດສະພາ 2021 ມາຮອດປະຈຸບັນ ສາມາດສ້າງໄດ້ຕາມລະດັບຄາດໝາຍທີ່ວາງໄວ້: ບ້ານ ນາແຫນ ໄລຍະທາງໃນການກໍ່ສ້າງມີຄວາມຍາວ 390 ແມັດ ສ້າງສໍາເລັດແລ້ວ 70%, ບ້ານ ວັດທາດ ໄລຍະທາງໃນການກໍ່ສ້າງ 290 ແມັດ,ສາມາດສ້າງສໍາເລັດແລ້ວ 60%, ບ້ານ ໂພນມຸງຄູນ ໄລຍະທາງໃນການກໍ່ສ້າງ 920 ແມັດ ປະຕິບັດໄດ້ແລ້ວ 100 ກ່ວາແມັດ, ເທົ່າກັບ 10%, ສະເລ່ຍທັງ 3 ບ້ານແມ່ນສ້າງສໍາເລັດແລ້ວ 50 %.

ທ່ານ ສົມພອນ ລໍວັນໄຊ ນາຍບ້ານໂພນມຸງຄູນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດສ້າງເສັ້ນທາງເບຕົ່ງ 3 ບ້ານ ເມືອງບໍລິຄັນ ໃນວັນທີ 5 ກໍລະກົດ 2021 ວ່າ: ອົງການຈັດຕັ້ງບ້ານ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພໍ່ແມ່ປະຊາຊົນຢ່າງໃກ້ຊິດ ໂດຍໄດ້ແບ່ງຄວາມຮັບຜິດຊອບໃຫ້ພໍ່ແມ່ປະຊາຊົນແຕ່ລະມື້ ຜັດປ່ຽນກັນໄປ ມື້ໜື່ງ ສອງໜ່ວຍ ປະຕິບັດໃຫ້ໄດ້ 20 ແມັດ.

ພ້ອມນີ້ ອໍານາດການປົກຄອງເມືອງ ກໍ່ໄດ້ລົງຊຸກຍູ້ເປັນປະຈໍາ ແລະ ໄດ້ລະດົມທືນຈາກນັກທຸລະກິດ ພໍ່ຄ້າຊາວຂາຍ ພາຍໃນເມືອງ ເພື່ອເປັນການສົມທົບທືນກັບພໍ່ແມ່ປະຊາຊົນ ໃນການກໍ່ສ້າງທາງເບຕົ່ງໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

About admin11