ການລະບາດຂອງພະຍາດໂຄວິດ 19 ຍັງສືບຕໍ່ແຜ່ລະບາດເປັນວົງກວ້າງໃນທົ່ວໂລກ

ກອງປະຊຸມທາງໄກຜ່ານລະບົບວີດີໂອຄອນເຟີເຣັ້ນ ຂອງຄະນະສະເພາະກິດສູນກາງກັບທ້ອງຖີ່ນ ໄດ້ຈັດຂຶ້ນໃນວັນທີ 23 ກໍລະກົດ 2021 ໂດຍພາຍໃຕ້ການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານຄະນະສະເພາະກິດຂັ້ນສູນກາງ, ມີຄະນະສະເພາະກິດຂັ້ນສູນກາງ-ທົ່ວປະເທດເຂົ້າຮ່ວມ, ສ່ວນແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ດຣ ສອນໄຊ ປັນຍານຸວົງ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ.

ຮອດວັນທີ 22 ກໍລະກົດ 2021 ທົ່ວໂລກມີຜູ້ຕິດເຊື້ອທັງໝົດ 192.768.337 ກໍລະນີ ເສຍຊີ 4.141.659 ກໍລະນີ ປິ່ນປົວຫາຍດີ 175.308.114 ຄົນ, ປະເທດທີ່ຍັງມີຜູ້ຕິດເຊື້ອ ແລະ ເສຍຊີວິດຫລາຍ ແມ່ນປະເທດອິນເດຍ ແລະ ບຣາຊິລ ສະເລ່ຍ 1 ແສນກວ່າຄົນຕໍ່ມື້ ແລະ ເສຍຊີວິດ 1 ພັນກວ່າຄົນຕໍ່ມື້.

ສ່ວນ ສປປ ລາວ ມາຮອດວັນທີ 23 ກໍລະກົດ 2021 ມີຜູ້ຕິດເຊື້ອສະສົມທັງໝົດ 4342 ກໍລະນີ, ໃນນັ້ນ ຕິດເຊື້ອຈາກຊຸມຊົນ 1697 ກໍລະນີ, ນຳເຂົ້າ 2645 ກໍລະນີ ປິ່ນປົວຫາຍດີທັງໝົດ 2516 ຄົນ ກຳລັງປິ່ນປົວ 1603 ຄົນ ເສຍຊີວິດທັງໝົດ 5 ຄົນ.

ນັບແຕ່ວັນທີ 1 ກໍລະກົດ 2021 ທົ່ວປະເທດ ມີຄົນຕິດເຊື້ອ 2918 ກໍລະນີ ໃນນັ້ນ ນຳເຂົ້າ 2136 ກໍລະນີ, ໃນນີ້ ແຂວງສະຫວັນນະເຂດ 974 ກໍລະນີ, ຈຳປາສັກ 746 ກໍລະນີ ທີ່ເຫຼືອແມ່ນ ນະຄອນຫຼວງ, ບໍລິຄຳໄຊ, ຄຳມ່ວນ ແລະ ສາລະວັນ, ປິ່ນປົວຫາຍດີ 367 ຄົນ ແລະ ສ່ວນຫຼາຍແມ່ນພົບຈາກກໍລະນີນຳແຮງງານລາວ ທີ່ເດີນທາງໄປເຮັດວຽກຢູ່ປະເທດໃກ້ຄຽງ ແລ້ວກັບຄືນປະເທດ.

ສຳລັບແຂວງບໍລິຄຳໄຊ ຮອດປະຈຸບັນ ຕິດເຊື້ອສະສົມ 12 ກໍລະນີ ປິ່ນປົວຫາຍດີແລ້ວ 3 ກໍລະນີ ກຳລັງປິ່ນປົວ 9 ກໍລະນີ ແມ່ນກໍລະນີນຳເຂົ້າທັງໝົດ.

About admins16