ການນໍາ ລະດັບສູງ ຂອງແຂວງ ແຂ່ງຂັນກິລາ ມິດຕະພາບ

ເພື່ອຊົມເຊີຍກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກແຂວງຄັ້ງທີ 14 ສະໄໝທີ VI ໃນຕອນແລງວັນທີ 9 ມັງກອນ 2020 ທີ່ເດີ່ນກິລາເຕະບານຫຍ້າທຽມ ບ້ານຫົງໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ຄະນະຮັບຜິດຊອບ ໄດ້ຈັດການແຂ່ງຂັນກິລາເຕະບານມິດຕະພາບນັດພິເສດຂຶ້ນ, ໂດຍມີການນໍາຂັ້ນສູງຂອງແຂວງ ແລະ ເມືອງ ໂດຍໄດ້ຈັດແບ່ງອອກເປັນ 2 ທີມ. ທີມເສື້ອສີຟ້າເຂັ້ມ ແມ່ນທີມຝ່າຍປົກຄອງ ( ອົງການລັດບໍລິຫານ ) ນໍາໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄາໄຊ ແຂ່ງຂັນກັບທີມເສື້ອສີຂາວ ແມ່ນຝ່າຍນິຕິບັນຍັດ+ຕຸລາການ ນໍາໂດຍທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ.

ບັນຍາກາດການແຂ່ງຂັນ ດໍາເນີນໄປຢ່າງເບີກບານມວນຊື່ນ, ມີໄມຕີຈິດມິດຕະພາບ, ຄວາມສາມມັກຄີຮັກແພງ ແລະ ດ້ວຍນ້ຳໃຈນັກກິລາຢ່າງແທ້ຈິງ.

ການແຂ່ງຂັນກິລາຄັ້ງນີ້ ຍັງເປັນການອອກກໍາລັງກາຍ ເຮັດໃຫ້ສຸຂະພາບແຂງແຮງ, ຜ່ອນຄາຍຄວາມອິດເມື່ອຍທາງດານມັນສະໝອງ ພາຍຫຼັງສຸມສະຕິປັນຍາດໍາເນີນກອງປະຊຸມມາເປັນເວລາຫຼາຍວັນຕິດຕໍ່ກັນ.

About admin12