ການນໍາແຂວງບໍລິຄໍາໄຊ ຮ່ວມໃສ່ບາດໃນງານບຸນນະມັດສະການ ວັດພະບາດໂພນສັນ

 

ໃນຕອນເຊົ້າຂອງວັນທີ 29 ທັນວາ 2020 ບັນດາການນໍາຂອງແຂວງ ບໍລິຄໍາໄຊ ນໍາໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍການນໍາພັກ-ລັດ ຂັ້ນແຂວງ ແລະ ຂັ້ນເມືອງ ຕະຫຼອດຮອດມວນຊົນບັນດາເຜົ່າ ໄດ້ພ້ອມພາກັນໃສ່ບາດໃນງານບຸນນະມັດສະການພະທາດພະບາດໂພນສັນ ຢູ່ທີ່ເມືອງທ່າພະບາດ ແຂວງບໍລິຄໍາໄຊ.

ວັດພະບາດ ເມືອງທ່າພະບາດ, ແຂວງບໍລິຄໍາໄຊ ເປັນວັດທີ່ເກົ່າແກ່ ທີ່ມີຊື່ສຽງແຫ່ງໜຶ່ງໃນຈໍານວນວັດທີ່ຕັ້ງຢູ່ລຽບແຄມທາງເລກທີ່ 13 ໃຕ້ກໍ່ມີຊື່ສຽງທີ່ພຸດທະສາສະນິກະຊົນນິຍົມສັດທາ ບໍ່ສະເພາະແຕ່ຢູ່ໃນແຂວງບໍລິຄໍາໄຊ ແລະ ນະຄອນຫຼວງເທົ່ານັ້ນ ແຕ່ຢູ່ທາງລຽບຝັ່ງຂອງເບື້ອງປະເທດໄທ ກໍ່ຖືວ່າເຫຼື້ອມໄສສັດທາຕໍ່ວັດພະບາດຄືກັນ, ທີ່ຕັ້ງຂອງວັດແມ່ຕັ້ງຢູ່ເທິງໂນນຫີນສູງໃນເນື້ອທີ່ 12 ເຮັກຕາ ທຸກສິ່ງປຸກສ້າງນັບແຕ່ອາລາມ, ຮອຍພະບາດ, ພະທາດ, ຫໍພະນອນ, ຫໍແຈກ, ກຸຕິ, ປະຕິບັດທໍາຂອງພະພິຄຸ ລ້ວນແຕ່ຖືກສ້າງໃສ່ເທິງພະລານຫີນທັງນັ້ນ ແຕ່ໄດ້ກາຍເປັນຂໍ້ຄິດໜຶ່ງຂອງຜູ້ພົບເຫັນຕາມຕໍານານໄວ້ວ່າ ໄດ້ຄົ້ນພົບຮອຍພະບາດແຕ່ເດືອນ ມີນາ 1933, ຫຼັງຈາກນັ້ນຈຶ່ງໄດ້ສ້າງວັດ. ຕໍ່ມາ ຮອຍພະບາດ ຈຶ່ງມີຄວາມໝາຍວ່າດິນແດນແຫ່ງ ຂີ້ພະພຸດທະເຈົ້າໄດ້ເຄີຍມາແຜ່ເມດຕາພຸດຊາດແລ້ວ ຫຼື ອີກຢ່າງໜຶ່ງກໍ່ແມ່ນເພິ່ນໄດ້ມາເຜີຍແຜ່ພຸດທະສາສະໜາໃນແຖວນີ້ ຮອຍພະບາດຢູ່ວັດແຫ່ງດັ່ງກ່າວ ເປັນຮອຍພະບາດເບື້ອງຂວາເລິກ 46 cm, ກ້ວາງ 120 cm, ຍາວ 240 cm.

About admin11