ການນໍາແຂວງບໍລິຄຳໄຊ ຈັດກິດຈະກຳເຕະບານ ຊົມເຊີຍກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ 7

            ກິດຈະກຳເຕະບານ ຊົມເຊີຍກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ 7 ໄດ້ຈັດຂຶ້ນໃນວັນທີ 24 ມັງກອນ 2023 ຢູ່ທີ່ເດີ່ນເຕະບານແສງມີໄຊ, ນໍາໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີບັນດາທ່ານໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ ເຂົ້າຮ່ວມ.

ບັນຍາກາດໃນການເຕະບານຄັ້ງນີ້ ເຕັມໄປດ້ວຍຄວາມຟົດຟື້ນມ່ວນຊື່ນ ນອກຈາກຈະເປັນການອອກກຳລັງກາຍເພື່ອສຸຂະພາບທີ່ດີແລ້ວ ຍັງເປັນການສ້າງຄວາມສາມັກຄິມິດຕະພາບຮັກແພງເຊິ່ງກັນ ແລະ ກັນ ຂອງບັນດາການນຳພາຍໃນແຂວງ ພາຍຫລັງທີ່ອິດເມື່ອຍຈາກການປະຕິບັດໜ້າທີ່ການເມືອງທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້.

About admins14