ການນໍາເມືອງທ່າພະບາດ ເຂົ້າອວຍພອນຄະນະພັກ-ຄະນະບັນຊາ ກຳລັງປ້ອງກັນຊາດ

ໃນລະຫວ່າງວັນທີ 18-20 ມັງກອນ 2023 ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ພ້ອມຄະນະ ໄດ້ເຂົ້າອວຍພອນຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງບໍລິຄຳໄຊ ແລະ ບັນດາກົມກອງທະຫານພາຍໃນເມືອງ  ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນປະຕິວັດລາວ ຄົບຮອບ 74 ປີ ( 20 ມັງກອນ 1949 – 20 ມັງກອນ 2023).

ການເຂົ້າອວຍພອນຄັ້ງນີ້ ແມ່ນເພື່ອສະແດງເຖິງຄວາມຮູ້ບຸນຄຸນ ຕໍ່ຄຸນງາມຄວາມດີ ຂອງກອງທັບປະຊາຊົນລາວ, ນາຍ ແລະ ພົນທະຫານ ທຸກທົ່ວໜ້າ ທີ່ຍາດໄດ້ຜົນງານອັນໃຫຍ່ຫຼວງ ໃນພະລະກິດການປະຕິວັດຊາດ ປະຊາທິປະໄຕ, ຮັກສາໄດ້ມູນເຊື້ອພິລະອາດຫານ ແຫ່ງການຕໍ່ສູ້ອັນອົງອາດກ້າແກ່ນ, ທໍລະຫົດອົດທົນ ພາຍໃຕ້ຮົ່ມທຸງອັນສະຫງ່າລາສີຂອງພັກ, ກອງທັບ ແລະ ປະຊາຊົນລາວ ໄດ້ຕີຊະນະການຮຸກຮານຂອງບັນດາອິດທິກໍາລັງປໍລະປັກ ແລະ ປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ, ພ້ອມທັງສືບຕໍ່ພາລະກິດແຫ່ງການປົກຮັກສາ ແລະ ສ້າງສາປະເທດຊາດ ທີ່ພັກມອບໃຫ້ຢ່າງມີິໄຊ ຕະຫຼອດມາ.

About admins14