ການນໍາເມືອງທ່າພະບາດ ຊຸກຍູ້ຕິດຕາມປຸກສ້າງເຮືອນ ໃຫ້ຄອບຄົວທີ່ຍັງບໍ່ທັນພົ້ນທຸກ

ດ້ວຍຄວາມເປັນຫວ່ງເປັນໄຍຂອງການນໍາພັກ – ລັດ ທີ່ມີຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນຄອບຄົວທີ່ບໍ່ທັນພົ້ນທຸກ, ໃນວັນທີ 8 ກໍລະກົດ 2022 ທ່ານ ສະຫວັນເພັດ ຈັນທະວົງສາ ປະທານກວດກາພັກ ເມືອງທ່າພະບາດ ໄດ້ລົງເຄື່ອນໄຫວຊຸກຍູ້ຕິດຕາມ ເປັນເຈົ້າການເຕົ້າໂຮມຄວາມສາມັກຄີປຸກລະດົມອໍານາດການປົກຄອງບ້ານ, ຊາວໜຸ່ມບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ເຂົ້າຮ່ວມການປຸກສ້າງເຮືອນໃຫ້ຄອບຄົວ ທ້າວ ອ່ອນ – ນາງ ເດືອນ ບ້ານໂພນສະຫວັນ ທີ່ຍັງບໍ່ທັນພົ້ນທຸກ.

ການລົງເຄື່ອນໄຫວຄັ້ງນີ້ ແມ່ນເພື່ອສືບຕໍ່ນໍາພາປະຊາຊົນພາຍໃນບ້ານອອກແບບ ແລະ ສ້າງໂຄງຫຼັງຄາ ໃຫ້ຄອບຄົວ ທ. ອ່ອນ + ນ. ເດືອນ ທີ່ມີສະມາຊິກຄອບຄົວ 4 ຄົນ ເຊິ່ງຄອບຄົວດັ່ງກ່າວ ຍັງຂາດປັດໃຈດ້ານທີ່ຢູ່ອາໃສ ບໍ່ທັນແໜ້ນໜາຖາວອນ, ການນຳຂອງເມືອງ ຈຶ່ງໄດ້ຄົ້ນຄວ້າປຶກສາຫາລື ສົມທົບກັບຫຼາຍພາກສ່ວນທົ່ວສັງຄົມ ໃຫ້ການຊ່ວຍເຫຼືອທາງດ້ານທຶນຮອນ, ແຮງງານ ເຂົ້າໃນການປຸກສ້າງທີ່ຢູ່ອາໃສ ແລະ ຊ່ວຍເຫຼືອໃນດ້ານທີ່ຈໍາເປັນ.

ຈຸດປະສົງ ກໍ່ເພື່ອເປັນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ແລະ ແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IV ( 2019 – 2024) ຂອງເມືອງທ່າພະບາດວາງໄວ້ ໃຫ້ປາກົດຜົນເປັນຈິງເທື່ອລະກ້າວ ໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າພາຍໃນເມືອງໃຫ້ດີຂຶ້ນ ສຸມໃສ່ລືບລ້າງຄອບຄົວທຸກຍາກໃຫ້ໄດ້ 85 ສ່ວນຮ້ອຍຂອງຄອບຄົວທີ່ທຸກຍາກ ເຊິ່ງມາຮອດປະຈຸບັນ ເມືອງ ທ່າພະບາດ ສາມາດແກ້ໄຂ ແລະ ລຶບລ້າງຄວາມທຸກຍາກໄດ້ແລ້ວ ເຫຼືອຄອບຄົວຍັງບໍ່ທັນພົ້ນທຸກຈໍານວນ 7 ຄອບຄົວ.

About admins14