ການນໍາເມືອງຄໍາເກີດ ໄຫວ້ອາໄລສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

ຂະບວນນຳສົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ ສປປ ລາວ ກັບຄືນປະເທດ ຈຳນວນ 10 ອັດຖິ ໄດ້ເຄືອນຍ້າຍອອກຈາກສະໂມສອນແຂວງບໍລີຄຳໄຊ ໃນເວລາ 6:00 ໂມງ ແລະ ເດີນທາງຮອດເທດສະບານເມືອງຄໍາເກີດ ໃນເວລາ 11:00 ໂມງ ການນໍາແຂວງບໍລິຄໍາໄຊ ສປປ ລາວ ນໍາຂະບວນໂດຍ ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຫົວໜ້າຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ແລະ ການນໍາແຂວງຮ່າຕິ້ງ ສສ ຫວຽດນາມ ນໍາໂດຍສະຫາຍ ຫງວຽນຮົ່ງຫຼິງ ຄະນະປະຈໍາພັກແຂວງ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງຮ່າຕິ້ງ ແລະ ການນໍານະຄອນຫຼວງວຽງຈັນ ນໍາໂດຍສະຫາຍ ພົ.ວ ສີພອນ ຈັນສົມວົງ ຮອງເລຂາຄະນະພັກນະຄອນຫຼວງ, ຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫຼວງວຽງຈັນ.

ຢູ່ກອງບັນຊາການທະຫານເມືອງຄໍາເກີດ ຄະນະນໍາຂອງເມືອງ ນໍາໂດຍສະຫາຍ ເພັດສະໃໝ ໄຊຍະທິຈັກ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຄໍາເກີດ ພ້ອມດ້ວຍຄະນະ ພ້ອມດ້ວຍພະນັກງານທຸກຂົງເຂດ, ກໍາລັງ ປກຊ-ປກສ ໄດ້ເຂົ້າວາງພວງມາລາໄຫວ້ອາໄລ ແກ່ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ເພື່ອລະນຶກເຖິງບຸນຄຸນ ຄວາມງາມຄວາມດີ ທີ່ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໄດ້ເສຍສະຫຼະຊີວິດ ຊ່ວຍເຫຼືອ ແລະ ຕໍ່ສູ້ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວບັນດາເຜົ່າໃນປາງສົງຄາມ.

ຫຼັງຈາກນັ້ນ ຂະບວນນໍາສົ່ງອັດຖິ ກໍ່ໄດ້ເລີມເຄືອນຍ້າຍອອກຈາກ ກອງບັນຊາການທະຫານເມືອງຄໍາເກີດ ມຸ້ງໜ້າໄປຍັງດ່ານສາກົນ ນໍ້າພາວ – ເກົາແຈວ ເຂົ້າສູ່ແຂວງ ຮ່າຕິງ ສສ ຫວຽດນາມ ບ້ານເກີດເມືອງນອນ ຂອງຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ຜັດພາກຈາກໄປ ເປັນວາລາດົນນາມ.

About admins14