ການນໍາເມືອງຄໍາເກີດ ມອບເຄື່ອງບໍລິໂພກໃຫ້ແກ່ສູນການສຶກສານອກໂຮງຮຽນ

ໃນຕອນແລງຂອງວັນທີ 7 ກັນຍາ 2021 ການນໍາເມືອງຄໍາເກີດ ແຂວງບໍລິຄຳໄຊ ນໍາພາໂດຍ ທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄໍາເກີດ ພ້ອມດ້ວຍຄະນະ ໄດ້ນຳເຄື່ອງ ມາມອບຊຸກຍູ້ສູນການສຶກສານອກໂຮງຮຽນ ໂດຍມີຫົວໜ້າຫ້ອງການ ແລະ ຕາງໜ້າໂຄງການແຜນການລາວ 030 ເຂົ້າຮ່ວມ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ມີ ໝີ່, ປ໋ອງປາ, ໄຂ່ ແລະ ເຂົ້າສານ ລວມມູນຄ່າ 2 ລ້ານກວ່າກີບ ກ່າວມອບໂດຍທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄໍາເກີດ ກ່າວຮັບໂດຍ ທ່ານ ອາຈານ ອ່ອນຕໍ້ ເທບຄໍາເຮືອງ ຫົວໜ້າສູນການສຶກສານອກໂຮງຮຽນ.

ສູນການສຶກສານອກໂຮງຮຽນ ມີນັກຮຽນທັງໝົດ 20 ຄົນ ເຊິ່ງເປັນລຸ້ນທີ 15 , ມີນັກຮຽນນອນຫໍພັກ 10 ຄົນ, ນອນນອກ 10 ຄົນ ມາຈາກ 16 ບ້ານເປົ້າໝາຍຂອງເມືອງ, ມີ ອາຈານທັງໝົດ 6 ທ່ານ, ວິຊາທີ່ສອນແມ່ນວິຊາຕັດຫຍິບເຄື່ອງຍິງ ເຊິ່ງໄດ້ຮັບທຶນການຮຽນ 100% ຈາກໂຄງການແຜນງານລາວ 030.

About admin11