ການນໍາຂັ້ນແຂວງ ມອບເຄື່ອງບັນເທົາທຸກ

ໃນຕອນທ່ຽງຂອງວັນທີ 21 ກໍລະກົດ 2021 ການນໍາຂັ້ນແຂວງ ນໍາພາໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ລົງມອບເຄື່ອງໃຫ້ຄອບຄົວທຸກຍາກ ແລະ ຄອບຄົວອານາຖາບ້ານໂພນທອງ ເມືອງຄໍາເກີດ ໂດຍມີທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ ພ້ອມດ້ວຍຄະນະ ມີຫ້ອງການອ້ອມຂ້າງ ແລະ ເລຂາພັກບ້ານ ເຂົ້າຮ່ວມ.

ເຄື່ອງທີ່ນໍາມາມອບ ມີ ເຂົ້າສານ, ໝີ່, ປ໋ອງປາ, ແນວພັນຜັກ ແລະ ເຄື່ອງນຸ່ງ ມອບໃຫ້ 6 ຄອບຄົວ, ໃນນັ້ນ ມີຄອບຄົວອານາຖາ 1 ຄອບຄົວ ແລະ ຄອບຄົວທຸກຍາກ 5 ຄອບຄົວ ກ່າວມອບໂດຍ ທ່ານ ກອງແກ້ວ ໄຊສົງຄາມ ແລະ ທ່ານເພັດສະໃໝ ໄຊຍະທິຈັກ.

About admin11