ການນຳແຂວງ ຮ່າຕິ່ງ ອວຍພອນການນຳແຂວງ ບໍລິຄຳໄຊ ເນື່ອງໃນໂອກາດວັນບຸນປີໃໝ່ລາວ

ເພື່ອເສີມສ້າງສາຍພົວພັນແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມູນເຊື້ອມາແຕ່ເຫີງນານ ໃນຕອນເຊົ້າຂອງວັນທີ 2 ເມສາ 2021 ຢູ່ດ່ານສາກົນນໍ້າພາວ-ເກົາແຈວ ທ່ານ ຮວ່າງຈຸງຢຸ້ງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຮ່າຕີ່ງ ສສ ຫວຽດນາມພ້ອມດ້ວຍຄະນະພັກຄະນະບັນຊາ ທະຫານແຂວງ,ທະຫານຊາຍແດນ, ຕຳຫຼວດແຂວງຮ່າຕີ່ງ ໄດ້ມາອວຍພອນການນນຳແຂວງບໍລິຄຳໄຊ, ອວຍພອນຄະນະພັກຄະນະບັນຊາ ປກຊ, ປກສ ແລະ ສະພາປະຊາຊົນແຂວງ ເນື່ອງໃນໂອກາດ ວັນບຸນປີໃໝ່ລາວ ພສ 2563 ທີ່ຈະໜູນວຽນຄອບຮອບໃນມໍ່ໆນີ້ ໂດຍມີທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ພ້ອມຄະນະຕ້ອນຮັບຢ່າງອົບອູ່ນ

ການມາອວຍພອນ ແມ່ນເປັນການສະແດງເຖິງໄມຕີຈິດມິດຕະພາບອັນດູດດື່ມ ສະໜິດສະໜົມ, ຄວາມສາມັກຄີແບບພິເສດ ລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວເວົ້າລວມ, ເວົ້າສະເພາະ ກໍ່ຄືແຂວງບໍລິຄຳໄຊ ແລະ ແຂວງຮ່າຕີ່ງ ໃນນາມແຂວງແຮກສ່ຽວ, ນອກນັ້ນຍັງເປັນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ອັນທີ່ເປັນມູນເຊື້ອມາແຕ່ບູຮານນາການໃຫ້ໝັ້ນຄົງທະນົງແກ່ນຂື້ນໄປເລື້ອຍໆ, ຖືເອົາໂອກາດນີ້ ເປັນການພົບປະແລກປ່ຽນຖອດຖອນບົດຮຽນ ວຽກງານຮ່ວມກັນລະຫວ່າງການນຳຂັ້ນແຂວງ ແລະ ບັນດາພະແນກການຕ່າງໆ.

About admins14