ການນຳແຂວງບໍລິຄຳໄຊ ຮ່ວມກັບຊາວພຸດທະສາສະນິກະຊົນໃສ່ບາດບຸນຫໍ່ເຂົ້າປະດັບດິນ

ເພື່ອຮັກສາຮີດຄອງປະເພນີອັນດີງາມຂອງຊາດ ໄວ້ໃຫ້ຄົງຢູ່ກັບຄົນລາວຊາວພຸດຕະຫຼອດໄປ ໃນມື້ແຮມ 14 ເດືອນ 9 ພສ 2563, ກົງກັບວັນທີ 18 ສິງຫາ 2020 ຢູ່ວັດດານສູງ ບ້ານທົ່ງນ້ອຍ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດພິທີໃສ່ບາດຖວາຍສັງຄະທານ ບຸນຫໍ່ເຂົ້າປະດັບດິນ ເປັນກຽດເຂົ້າຮ່ວມພິທີໃສ່ບາດຄັ້ງນີ້ ນຳໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍການນຳຂອງແຂວງ, ຂອງເມືອງ, ພະນັກງານອະວຸໂສບຳນານ, ເຖົ້າແກ່ແນວໂຮມ, ອົງການຈັດຕັ້ງມະຫາຊົນ ແລະ ຊາວພຸດທະສາສະນິກະຊົນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ພິທີທາງສາສະໜາ ໄດ້ເລີ່ມດ້ວຍການໄຫ້ວພຣະຮັບສິນ, ໃສ່ບາດ, ຟັງເທດສະໜາ, ຄາລະວະຮັບພອນ ແລະ ຢາດນໍ້າ. ການໃສ່ບາດຖວາຍສັງກະທານຕາມພຸດທະສາສະໜາ ນອກຈາກຈະເປັນການອຸທິດສ່ວນບຸນກຸສົນ ໃຫ້ແກ່ເຈົ້າກຳນາຍເວນ ຜູ້ທີ່ລ່ວງລັບໄປແລ້ວນັ້ນໃຫ້ໄປສູ່ສຸຂະຕິແລ້ວ ຍັງເຮັດໃຫ້ຕົນເອງມີຄວາມສຸກ, ຄວາມເບີກບານສຳລານໃຈ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຊີວິດປະຈໍາວັນ. ນອກນັ້ນ ຍັງເປັນການເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ ແລະ ເປັນການອານຸລັກຮັກສາວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ໃຫ້ມີຄວາມຍືນຍົງຄົງຕົວຢູ່ຄູ່ກັບຄົນລາວຊາວພຸດຕະຫຼອດໄປ.

ບຸນຫໍ່ເຂົ້າປະດັບດິນນີ້ ແມ່ນຖືກຈັດຂຶ້ນໃນເດືອນ 9 ດັບ ຂອງທຸກໆປີ ທີ່ໃຫ້ຄວາມໝາຍເຖີງການເຮັດບຸນອຸທິດສວນກຸສົນ ໄປໃຫ້ດວງວິນຍານຜູ້ລ່ວງລັບໄປແລ້ວ, ຕາມຄວາມເຊື່ອຂອງຄົນບູຮານວ່າ ຕອນເຊົ້າມືດຂອງວັນນີ້ພະຍາຍົມພິບານ ໄດ້ປ່ອຍສັດຢູ່ນາຮົກ ອອກມາຮັບຂອງທານທີ່ຍາດພີ່ນ້ອງສົ່ງໄປ, ສະນັ້ນ ເຮົາຈຶ່ງນິຍົມເອົາຫໍ່ເຂົ້າປາອາຫານ ແລະ ໝາກໄມ້ ໄປຢາຍຢູ່ຕາມແຄມວັດ, ແຄມເຮືອນ, ແຄມປ່າ, ຫົວໄຮ່ປາຍນາ ໄວ້ຕາມດິນແຕ່ເຊົ້າ ດັ່ງນັ້ນ ຈຶ່ງເອີ້ນວ່າ: ເຂົ້າປະດັບດິນ.

 

About admins14