ການນຳແຂວງບໍລິຄຳໄຊ ອວຍພອນ ການນຳແຂວງ ຮ່າຕີ່ງ ເນື່ອງໃນໂອກາດປີໃໝ່ຫວຽດນາມ

ໃນວັນທີ 24 ມັງກອນ 2022 ຢູ່ດ່ານສາກົນນໍ້າພາວ – ເກົາແຈວ ຊາຍແດນລາວ – ຫຽດນາມ ເມືອງຈຸ່ງເຕີ່ມ ແຂວງຮ່າຕີ່ງ ສສ. ຫຽດນາມ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະນຳຂັ້ນແຂວງ ໄດ້ເຂົ້າອວຍພອນ ການນຳຂັ້ນສູງ ແຂວງ ຮ່າຕີ່ງ ສສ ຫວຽດນາມ ພ້ອມຄະນະ ເນື່ອງໃນໂອກາດ ປີໃໝ່ຫວຽດນາມ ທີ່ຈະໜູນວຽນມາເຖິງໃນມໍ່ໆນີ້, ໂດຍໄດ້ຖືກຕ້ອນຮັບຢ່າງອົບອູ່ນສະໜິດສະໜົມ ຈາກ ທ່ານ ຮວ່າງຈຸງຊຸ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຮ່າຕີ່ງ ສສ ຫວຽດນາມ.

ການເຂົ້າອວຍພອນໃນຄັ້ງນີ້ ແມ່ນສະແດງເຖິງໄມຕີຈິດມິດຕະພາບອັນດູດດື່ມ ສະໜິດສະໜົມ, ຄວາມສາມັກຄີແບບພິເສດ ລະຫວ່າງສອງຊາດລາວ – ຫວຽດນາມ, ຫວຽດນາມ – ລາວ ເວົ້າລວມ, ເວົ້າສະເພາະ ກໍ່ຄືແຂວງບໍລິຄຳໄຊ – ແຂວງ ຮ່າຕີ່ງ ໃນນາມແຂວງແຮກສ່ຽວ, ຍັງເປັນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລະຫວ່າງສອງຊາດລາວ – ຫວຽດນາມ, ຫວຽດນາມ – ລາວ ອັນທີ່ເປັນມູນເຊື້ອມາແຕ່ບູຮານນາການ, ເຊິ່ງຍາມໃດກໍ່ໄດ້ມີການອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດມາ.

ໂອກາດນີ້ ທັງສອງຝ່າຍຍັງໄດ້ຝາກຄວາມຢຽ້ມຢາມຖາມຂ່າວ ເຖິງພໍ່ແມ່ປະຊາຊົນບັນດາເຜົ່າທັງສອງຊາດ ເວົ້າສະເພາະແມ່ນປະຊາຊົນຊາວແຂວງບໍລິຄຳໄຊ ແລະ ແຂວງຮ່າງຕີ່ງ, ນອກນັ້ນຍັງເປັນການເສີມຂະຫຍາຍສາຍພົວພັນສັນຍາທັງສອງຝ່າຍ ທີ່ໄດ້ຕົກລົງຮ່ວມກັນໃນກອງປະຊຸມຜູ້ແທນຂັ້ນສູງສອງແຂວງ ທີ່ໄດ້ຕົກລົງຮ່ວມກັນໃນຊຸມປີຜ່ານມາ.

About admins14