ການນຳເມືອງໄຊຈຳພອນ ອວຍພອນປີໃໝ່ ກີນຈຽງ ຂອງຊົນເຜົ່າມົ້ງ

 

ໃນວັນທີ 15 ທັນວາ 2020 ນີ້ ການນຳເມືອງໄຊຈຳພອນ ໄດ້ລົງເຄື່ອນໄຫວອວຍພອນ ບຸນປີໃໝ່ຂອງເຜົ່າມົ້ງ ຫຼ ບຸນກິນຈຽງ ຢູ່ບ້ານບ້ານພຽງດີ, ບ້ານນ້ຳສັກ, ບ້ານນ້ຳອ້ອນ, ບ້ານວັງບານ, ສົບເຕີ່ງ ແລະ ບ້ານໂພນຄຳ ໂຊ່ງນຳພາໂດຍ ທ່ານ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງ,  ທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ, ທ່ານ ບຸນພອນ ເລີດບຸດດີ ປະທານແນວລາວສ້າງຊາດເມືອງລົງທ່ານ ພັທ ວຽງໄຊ ຈັນທະບຸນມີ ຫົວໜ້າກອງບັນຊາການທະຫານເມືອງ, ພ້ອມນັ້ນ ແຕ່ລະຂະແໜ່ງການອ້ອມຂ້າງເມືອງກໍ່ໄດ້ເຂົ້າອວຍພອນ ທ່ານ ສ້ອຍມະນີ ຈັນເນັ່ງປາວ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກເມືອງໄຊຈຳພອນ ໃນນາມການຈັດຕັ້ງ ແລະ ສ່ວນຕົວ ໃນວາລະປີໃໝ່ຂອງເຜົ່າມົ້ງປີນນີ້ ຜູ້ຕາງໜ້າການນຳຂອງເມືອງ ກໍ່ໄດ້ອວຍພອນຄອບຄົວເຜົ່າມົ້ງທຸກທົ່ວໜ້າຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ມີຄວາມສຸກສົມຫວັງທຸກປະການ.

ປະເພນີກີນຈຽງຂອງຊົນເຜົ່າມົ້ງ ຈັດຂື້ນທຸກໆປີ ໃນເດືອນຈຽງ ໃນມື້ຂື້ນ 1 ຄ່ຳເຜົ່າມົ້ງທຸກທົ່ວໜ້າຈະໄດ້ຈັດບຸນກິນຈຽງນີ້ຂື້ນທຸກໆປີ ຕາມຮີດຄອງປະເພນີໄດ້ຢືດຖືກັນມາແຕ່ບູຮານນະການ ຈົນຮອດມື້ສຸດທ້າຍຂອງເດືອນ ເຊີ່ງເອີ້ນວ່າ: ນໍເປເຈົາ ແປວ່າ: ກິນສາມສິບມື້ ຫຼື ມ່ວນຊື່ນ 30 ມື້, ໃນພິທີດັ່ງກ່າວປະກອບມີຫຼີ້ນກິລາພື້ນບ້ານຕີໝາກຂ່າງ, ໂຍນໝາກຄອນລະຫວ່າງບ່າວສາວ ເພື່ອເລືອກຄູ່ຄອງ, ງົວຊົນງົວ, ການສະແດງເປົ່າແຄນ ແລະ ກິດຈະກຳອື້ນໆ ຢ່າງເບີກບານມ່ວນຊື່ນ.

About admin11