ການນຳເມືອງວຽງທອງ ລົງຊຸກຍູ້ການສ້ອມແປງທາງ ຢູ່ບ້ານນໍ້າກ້າງ

ຕອນເຊົ້າຂອງວັນທີ 17 ສິງຫາ 2022 ທ່ານ ພັອ ຄໍາແພນ ວິລື້ທໍາ ເຈົ້າເມືອງວຽງທອງ ພ້ອມດ້ວຍຄະນະ ແລະ ພະນັກງານຮາກຖານ ໄດ້ລົງຊຸກຍູ້ພໍ່ແມ່ປະຊາຊົນບ້ານນໍ້າກ້າງ, ບ້ານອຸດົມໄຊ ແລະ ບ້ານໜອງປາດ ສ້າງຂະບວນການ ອອກແຮງງານລວມ ສ້ອມແປງທາງລະຫວ່າງທາງແຍກແຕ່ບ້ານນໍ້າກ້າງໄປຫາບ້ານອຸດົມໄຊ, ບ້ານໜອງປາດ, ໂດຍມີພໍ່ແມ່ປະຊາຊົນພາຍໃນ 3 ບ້ານ ເຂົ້າຮ່ວມ.

ໃນການອອກແຮງງານຄັ້ງນີ້ ແມ່ນໄດ້ພ້ອມກັນຖາງປ່າຫຍ້າສອງຂ້າງທາງ, ຈົກດິນຕົກຄ້າງຢູ່ຄອງລະບາຍນໍ້າອອກ ແລະ ແກ່ຫີນມາຖົມໃສ່ບ່ອນທີ່ມີການເປ່ເພເປັນຂຸມ, ເປັນຮ່ອງ ແລະ ເປັນໜອງ ເພື່ອເຮັດໃຫ້ການສັນຈອນໄປມາຂອງປະຊາຊົນມີຄວາມສະດວກສະບາຍ ຮັບປະກັນເພື່ອບໍ່ໃຫ້ມີການເກີດອຸປະຕິເຫດ.

About admins14