ການນຳເມືອງຄຳເກີດ ອວຍພອນວັນຊາດ ສສ ຫວຽດນາມ

ໃນວັນທີ 30 ສິງຫາ 2022 ການນຳເມືອງຄຳເກີດ ເຊີ່ງນຳໂດຍ ທ່ານ ວິໄລ ສີສະມຸດ ຮອງເລຂາພັກເມືອງ ປະທານກວດກາພັກ – ລັດເມືອງຄຳເກີດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມອວຍພອນວັນຊາດຫວຽດນາມ ( ວັນທີ 2 ກັນຍາ 1945 – 2 ກັນຍາ 2022 ຄົບຮອບ 77 ປີ) ຢູ່ເມືອງວູ່ກວາງ ແຂວງຮ່າຕິ່ງ ສສ ຫວຽດນາມ ໂດຍການຕ້ອນຮັບຂອງທ່ານ ຫວງຽນທຽວກວາງ ຮອງເລຂາພັກເມືອງ, ປະທານສະພາປະຊາຊົນເມືອງວູ່ກວາງ ພ້ອມດ້ວຍຄະນະ.

ໃນໂອກາດດັ່ງກ່າວ ທ່ານ ວິໄລ ສີສະມຸດ ໄດ້ມອບຕະຕ່າດອກໄມ້ ເພື່ອເປັນການອວຍພອນໃຫ້ບັນດາທ່ານການນຳພັກ -ລັດ ຕະຫຼອດປະຊາຊົນບັນດາເຜົ່າ ຊາວເມືອງວູ່ກວາງ, ກໍ່ຄືປະຊາຊົນຊາວຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ພະລະນາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງ ແລະ ມີກຽດສະຫງ່າ, ອວຍພອນໃຫ້ສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ – ຫວຽດນາມ, ຫວຽດນາມ – ລາວ ຈົ່ງໝັ້ນຄົງທະນົງແກ່ນ ແລະ ສວຍສົດງົດງາມ ຕະຫຼອດກາລະນາ.

ຫຼັງຈາກນັ້ນ ການນຳເມືອງຄຳເກີດ ໄດ້ເດີ່ນທາງເຂົ້າອວຍພອນການນຳເມືອງເຮືອງເຊີນ ແຂວງຮ່າຕິ້ງ ສສ ຫວຽດນາມ ໃຫ້ກຽດຕ້ອນຮັບໂດຍທ່ານ ບຸ່ຍເຍີນເຊີນ ກຳມະການພັກແຂວງ, ເລຂາພັກເມືອງ, ປະທານສະພາປະຊາຊົນເມືອງເຮືອງເຊີນ, ພ້ອມດ້ວຍຄະນະ ແລະ ດ່ານສາກົນເກົ່າແຈ່ວ ໂດຍການຕ້ອນຮັບຂອງ ທ່ານ ໂດແມ່ງຮຸ່ງ ຮອງຫົວໜ້າທະຫານຊາຍແດນສາກົນເກົ່າແຈ່ວ ພ້ອມດ້ວຍຄະນະ.

About admins14