ການຄ້າ 4 ແຂວງ ຍົກລະດັບການຂຽນບົດຄົ້ນຄວ້າ, ບົດວິໄຈ ແລະ ການເປັນຄູຝຶກ

ກອງປະຊຸມຝຶກອົບຮົມການຂຽນບົດຄົ້ນຄວ້າ, ບົດວິໄຈ ແລະ ການຝືກເປັນຄູຝຶກ ກ່ຽວກັບວຽກງານອຸດສາຫະກຳ – ການຄ້າ ໄດ້ຈັດຂຶ້ນໃນວັນທີ 19 ກັນຍາ 2022 ທີ່ຫ້ອງປະຊຸມ ຮ້ານຫາອານເຈເຈແບກເກີລີ່ ບ້ານໂພນໄຊເໜືອ ເມືອງປາກຊັນ, ໃຫ້ກຽດເປັນປະທານໂດຍ ທ່ານ ຄອນສະຫວັນ ສຸກຂະເສີມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ, ມີຄະນະຄູຝຶກຈາກສະຖາບັນອຸດສາຫະກຳ ແລະ ການຄ້າ, ພາກສ່ວນກ່ຽວຂ້ອງ ແລະ ນັກສຳມະນາກອນຈາກແຂວງບໍລິຄຳໄຊ, ສະຫວັນນະເຂດ, ສາລະວັນ ແລະ ອຸດົມໄຊ ເຂົ້າຮ່ວມ.

ທ່ານ ຄອນສະຫວັນ ສຸກຂະເສີມ ກ່າວວ່າ ການຈັດຝຶກອົບຮົມນີ້ ມີຄວານໝາຍຄວາມສຳຄັນຫຼາຍ ເພາະການຄົ້ນຄວ້າ, ສັງລວມ, ການວິເຄາະ ແລະ ວິໄຈບັນຫາຕ່າງໆ ຈະເປັນບ່ອນອີງສໍາຄັນ ໃນການລາຍງານຂໍທິດນໍາຂັ້ນເທີງ ແລະ ເປັນບ່ອນຄົ້ນຄວ້າ ແລະ ຕົກລົງບັນຫາໃດໜຶ່ງ, ທັງເປັນບ່ອນອີງໃນການວາງແຜນພັດທະນາວຽກງານຂະແໜງອຸດສາຫພກຳ ແລະ ການຄ້າໃນຕໍ່ໜ້າ, ພ້ອມນັ້ນ ຍັງເປັນການຍົກລະດັບຄວາມສາມາດ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານ – ລັດຖະກອນ ໃນຂົງເຂດອຸດສາຫະກຳ ແລະ ການຄ້າ ໃຫ້ກາຍເປັນເສນາທິການທີມີຄຸນນະພາບ ສາມາດເຮັດບົດຄົ້ນຄວ້າ, ບົດວິໄຈ ໄດ້ຢ່າງລະອຽດຖືກຕ້ອງຕາມສະພາບຄວາມຮຽກຮ້ອງຕ້ອງການຕົວຈິງ, ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຢ່າງຕໍ່ເນື່ອງ ແລະ ມີປະສິດທິພາບສູງ.

ຊຸດຝຶກອົບຮົມດັ່ງກ່າວ ຈະໄດ້ດຳເນີນໄປເປັນເວລາ 2 ວັນ ແຕ່ວັນທີ 19 – 20 ກັນຍາ 2022 ຈຶ່ງສໍາເລັດ, ໂດຍນັກສຳມະນາກອນ ຈະໄດ້ຮຽຮູ້ກ່ຽວກັບ. ຂັ້ນຕອນໃນການຄົ້ນຄວ້າ, ໂຄງສ້າງ, ຕົວຢ່າງຂອງບົດຄົ້ນຄວ້າ, ການຊອກຂໍ້ມູນທາງອອນລາຍ, ການວິເຄາະຂໍ້ມູນ, ຈຸດປະສົງ, ຂອບເຂດ ຂອງການສຶກສາ ແລະ ປະໂຫຍດທີ່ຄາດວ່າຈະໄດ້ຮັບ, ພ້ອມນັ້ນ ຍັງຈະໄດ້ມີກິດຈະກຳຝຶກຂຽນບົດຕົວຈິງ ເພື່ອເສີມສ້າງປະສົບການ ແລະ ເຮັດໃຫ້ການຝຶກອົບຮົມໄດ້ຮັບຄຸນນະພາບສູງສຸດ.

About admins14